logo

ຫວຽດນາມ ມີການປະກອບສ່ວນສຳຄັນຫຼາຍຢ່າງໃນການປະຕິບັດບັນດາເປົ້າໝາຍຂອງປະຊາຄົມວັດທະນະທຳ-ສັງຄົມອາຊຽນ

2018/8/10 | 10:32:00
(VOVWORLD) - ຢູ່ນະຄອນໂຮ່ຈີມິນ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມສົມທົບກັບກະຊວງຖະແຫຼງຂ່າວ ແລະ ສື່ສານ, ກະຊວງການຕ່າງປະເທດ ຫວຽດນາມ ຈັດຕັ້ງກອງປະຊຸມສະຫລຸບແຜນການກໍ່ສ້າງ ແລະ ຜັນຂະຫຍາຍແຜນການປະຕິບັດບັນດາເປົ້າໝາຍຂອງປະຊາຄົມ ວັດທະນະທຳ - ສັງຄົມ ອາຊຽນ

ວັນທີ 10 ສິງຫາ, ຢູ່ນະຄອນໂຮ່ຈີມິນ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມສົມທົບກັບກະຊວງຖະແຫຼງຂ່າວ ແລະ ສື່ສານ, ກະຊວງການຕ່າງປະເທດ ຫວຽດນາມ ຈັດຕັ້ງກອງປະຊຸມສະຫລຸບແຜນການກໍ່ສ້າງ ແລະ ຜັນຂະຫຍາຍແຜນການປະຕິບັດບັນດາເປົ້າໝາຍຂອງປະຊາຄົມ ວັດທະນະທຳ - ສັງຄົມ ອາຊຽນ ຮອດປີ 2025 (ແຜນຮ່າງ 161) ແລະ ວຽກງານໂຄສະນາເຜີຍແຜ່ ອາຊຽນ ຢູ່ພາກໃຕ້. ນີ້ແມ່ນໂອກາດເພື່ອໃຫ້ບັນດາທ້ອງຖິ່ນ, ອົງການກ່ຽວຂ້ອງເຂົ້າໃຈກ່ຽວກັບການເຄື່ອນໄຫວຮ່ວມຂອງ ອາຊຽນ ກ່ວາອີກ, ບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ເມື່ອເຂົ້າເປັນສະມາຊິກຂອງ ອາຊຽນ, ແບ່ງປັນບົດຮຽນໃນການປະຕິບັດແຜນຮ່າງ 161 ເພື່ອເຊື່ອມຕໍ່ ແລະ ໝູນໃຊ້ບຸລິມະສິດພາກພື້ນ, ຕອບສະໜອງບຸລິມະສິດຢູ່ພາຍໃນປະເທດ.

        ຕາມທ່ານ ຫງວຽນແມ້ງເກື່ອງ, ຫົວໜ້າກົມຮ່ວມມືສາກົນ - ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ແລ້ວ, ປະຊາຄົມອາຊຽນ ໄດ້ຮັບການສ້າງຕັ້ງດ້ວຍ 3 ເສົາຄ້ຳ ແມ່ນປະຊາຄົມ ການເມືອງ - ຄວາມໝັ້ນຄົງ, ປະຊາຄົມເສດຖະກິດ ແລະ ປະຊາຄົມວັດທະນະທຳ - ສັງຄົມ. ຫວຽດນາມ ເຂົ້າເປັນສະມາຊິກຂອງ ອາຊຽນ ບົນຈິດໃຈຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບ.

        ຕາມກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມແລ້ວ, ແຜນການສັງລວມປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ ລະດັບຊາດ 2025 ໄດ້ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ, ຕິດພັນຢ່າງແໜ້ນແຟ້ນກັບການຍົກສູງລະບອບ, ສ້າງໂຄງປະກອບການຈັດຕັ້ງໃຫ້ສົມບູນແບບ ແລະ ປະຕິຮູບລະບຽບການບໍລິຫານ, ສ້າງຄວາມສະດວກໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ.

 

TAG
VOV/VOVworld/ປະ​ຊາ​ຄົມ ອາ​ຊຽນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ