logo

ຫ​ວຽດ​ນາມ​ ມີ​ຄວາມ​ສາ​ມາດ​ຢ່າງ​ພຽງ​ພໍ​ໃນ​ການ​ນຳ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ​ສອງ​ຕົວ​ເລກ​ໃນ​ຊຸມ​ປີ​​ຈະ​ມາ​ເຖິງ

2025/10/29 | 10:59:29
(VOVWORLD) - ຫວຽດນາມ ໄດ້ປະຕິບັດສຳເລັດ 22 ຄາດໝາຍເສດຖະກິດສັງຄົມໃນໄລຍະ 2021 – 2025, ສະເພາະສອງປີ 2024 – 2025 ໄດ້ປະຕິບັດສຳເລັດ 15/15 ຄາດໝາຍ ເຖິງວ່າຕ້ອງປະເຊີນໜ້າກັບພະຍາດໂຄວິດ - 19, ການປ່ຽນແປງຂອງດິນຟ້າອາກາດ, ໄພທຳມະຊາດທີ່ນັບມື້ນັບຮ້າຍແຮງ ແລະ ພູມີສາດການເມືອງໃນໂລກທີ່ຂາດສະຖຽນລະພາບ. 
ກອງປະຊຸມສະພາແຫ່ງຊາດ (ພາບ: quochoi.vn)

ບັນດາຜົນສຳເລັດທີ່ປະທັບໃຈກ່ຽວກັບການພັດທະນາເສດຖະກິດສັງຄົມໃນໄລຍະທີ່ເຕັມໄປດ້ວຍສິ່ງທ້າທາຍຜ່ານມາໄດ້ສະແດງໃຫ້ເຫັນ ຫວຽດນາມ ມີຄວາມສາມາດຢ່າງພຽງພໍໃນການນຳການເຕີບໂຕບັນລຸລະດັບສອງຕົວເລກໃນຊຸມປີຕໍ່ໄປ. ນີ້ແມ່ນຂໍ້ສັງເກດຂອງສະມາຊິກສະພາແຫ່ງຊາດຫຼາຍທ່ານ ຢູ່ວາລະປຶກສາຫາລືໃນວັນທີ 29 ຕຸລາ ຢູ່ກອງປະຊຸມຄັ້ງທີ 10 ສະພາແຫ່ງຊາດຊຸດທີ XV.

ເມື່ອຕີລາຄາ ຫວຽດນາມ ສາມາດບັນລຸໄດ້ບັນດາຜົນສຳເລັດສຳຄັນດ້ານເສດຖະກິດໃນສະພາບການທີ່ເຕັມໄປດ້ວຍສິ່ງທ້າທາຍ, ທ່ານ ເຈິ່ນຮວ່າງເງິນ ສະມາຊິກສະພາແຫ່ງຊາດນະຄອນ ໂຮ່ຈີມິນ ເນັ້ນໜັກວ່າ ຫວຽດນາມ ໄດ້ປະຕິບັດສຳເລັດ 22 ຄາດໝາຍເສດຖະກິດສັງຄົມໃນໄລຍະ 2021 – 2025, ສະເພາະສອງປີ 2024 – 2025 ໄດ້ປະຕິບັດສຳເລັດ 15/15 ຄາດໝາຍ ເຖິງວ່າຕ້ອງປະເຊີນໜ້າກັບພະຍາດໂຄວິດ - 19, ການປ່ຽນແປງຂອງດິນຟ້າອາກາດ, ໄພທຳມະຊາດທີ່ນັບມື້ນັບຮ້າຍແຮງ ແລະ ພູມີສາດການເມືອງໃນໂລກທີ່ຂາດສະຖຽນລະພາບ. ທ່ານ ເຈິ່ນຮວ່າງເງິນ ໃຫ້ຮູ້ວ່າ:

ຫວຽດນາມ ຕ້ອງໃຫ້ບຸລິມະສິດການພັດທະນາອີງຕາມຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ທີ່ຕັ້ງພູມີສາດການເມືອງຂອງປະເທດຊາດ, ສຸມໃສ່ໃຫ້ບຸລິມະສິດພັດທະນາເສດຖະກິດທະເລ, logistic, ກະສິກຳ, ການບໍລິການສາທາລະນະສຸກ, ການສຶກສາຄຸນນະພາບສູງ. ນອກຈາກນັ້ນ, ໄປຄຽງຄູ່ກັບການຍູ້ແຮງການສົ່ງເສີມທາງການຄ້າ, ຂຸດຄົ້ນຕະຫຼາດທີ່ມີຢູ່ແລ້ວ, ໝູນໃຊ້ສັນຍາການຄ້າເສລີ 17 ສະບັບທີ່ໄດ້ຮັບການລົງນາມແລ້ວນັ້ນ ແມ່ນຕ້ອງເພີ່ມທະວີປະລິມານສີຂຽວ, ດີຈີຕອນ, ວິທະຍາສາດເຕັກໂນໂລຢີ, ມູນຄ່າເພີ່ມໃນສິນຄ້າສົ່ງອອກຂອງ ຫວຽດນາມ.

ໂດຍແບ່ງປັນການຕີລາຄາກ່ຽວກັບຜົນສຳເລັດໃນການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ, ທ່ານ ຫງວຽນວັນມິງ ສະມາຊິກສະພາແຫ່ງຊາດນະຄອນ ດ່ານັ້ງ ໃຫ້ຂໍ້ສັງເກດວ່າ ລັດຖະບານຕ້ອງມີນະໂຍບາຍລະອຽດໂດຍໄວ ເພື່ອນຳມະຕິເລກທີ 68 ຂອງກົມການເມືອງ ເຂົ້າໃນຊີວິດຕົວຈິງ, ໃນນັ້ນຈຸດສຸມແມ່ນພັດທະນາອຸດສາຫະກຳໜູນຊ່ວຍ ແລະ ເພີ່ມທະວີຖານະບົດບາດຂອງວິສາຫະກິດ ຫວຽດນາມ ໃນລະບົບສະໜອງທົ່ວໂລກ ໃນສະພາບການທີ່ບັນດາປະເທດໃນພາກພື້ນ ແລະ ໂລກ ລ້ວນແຕ່ເດີນຕາມຄວາມເປັນເຈົ້າຍຸດທະສາດໃນຫຼາຍຂົງເຂດ.

TAG
VOV/VOVworld/ສະ​ພາ​ແຫ່ງ​ຊາດ/ເສດ​ຖະ​ກິດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ