logo

ຫວຽດນາມ ມຸ່ງ​ໄປ​ເຖິງ​ຄວາມ​ເປັນ​ເຈົ້າການ​ ແລະ ຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ທາງ​ດີ​ຈີ​ຕອນ​ແຫ່ງ​ຊາດ ກ່ຽວ​ກັບ AI

2025/11/8 | 13:11:02
(VOVWORLD) - ຫວຽດນາມ ບໍ່ພຽງແຕ່ ການພັດທະນາເຕັກໂນໂລຢີເທົ່ານັ້ນ ຫາກຍັງມຸ່ງໄປເຖິງການປູກລ້ຽງນະວັດຕະກຳ, ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ແລະ ສ້າງບັນດາສູນການຜະລິດອັດສະລິຍະທີ່ເຂັ້ມຂຸ້ນໄປດ້ວຍສີສັນ ຫວຽດນາມອີກດ້ວຍ. 
ພາບປະກອບ: NIC

ຫວຽດນາມ ບືນຕົວຂຶ້ນກ່ຽວກັບຄວາມເປັນເຈົ້າການເທື່ອລະກ້າວ, ມຸ່ງໄປເຖິງການເປັນເຈົ້າການ ແລະ ຢັ້ງຢືນອະທິປະໄຕດີຈີຕອນແຫ່ງຊາດກ່ຽວກັບ AI. ນີ້ແມ່ນຂໍ້ມູນໄດ້ເນັ້ນໜັກ ຢູ່ກອງປະຊຸມສຳມະນາ “ປັນຍາປະດິດ (AI) - ໃນການຊຸກຍູ້ລະບົບນິເວດແຫ່ງການຜະລິດເຕັກໂນໂລຢີສູງ ແລະ ຊິບເຄິ່ງຊັກນຳໄຟຟ້າຢູ່ ຫວຽດນາມ” ທີ່ໄດ້ດຳເນີນໃນວັນທີ 8 ພະຈິກ ຢູ່ຮ່າໂນ້ຍ.

ຢູ່ກອງປະຊຸມສຳມະນາ, ທ່ານ ຫວູກວັກຮູຍ, ຜູ້ອຳນວຍການ NIC ຢັ້ງຢືນວ່າ ຫວຽດນາມ ບໍ່ພຽງແຕ່ພັດທະນາເຕັກໂນໂລຢີເທົ່ານັ້ນ ຫາກຍັງມຸ່ງໄປເຖິງການປູກລ້ຽງນະວັດຕະກຳ, ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ແລະ ສ້າງບັນດາສູນການຜະລິດອັດສະລິຍະທີ່ເຂັ້ມຂຸ້ນໄປດ້ວຍສີສັນ ຫວຽດນາມອີກດ້ວຍ. ທ່ານໃຫ້ຮູ້ວ່າ:

NIC ຈະສືບຕໍ່ຜັນຂະຫຍາຍບັນດາຍຸດທະສາດພັດທະນາ ຂະແໜງອຸດສາຫະກຳຊິບເຄິ່ງຊັກນຳໄຟຟ້າ ຂອງ ຫວຽດນາມ ຈົນຮອດປີ 2030 ແລະ ກຳນົດທິດຮອດປີ 2050 ກໍ່ຄືໂຄງການພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າຈົນຮອດປີ 2050 ໂດຍນາຍົກລັດຖະມົນຕີ ປະກາດໃຊ້.

TAG
VOV/VOVworld/ດີ​ຈີ​ຕອນ/ເຕັກ​ໂນ​ໂລ​ຢີ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ