logo

ຫ​ວຽດ​ນາມ ມີຫຼາຍ​ທ່າ​ໄດ້​ປຽບຫຼາຍຢ່າງ ແລະ ກຽມ​ພ້ອມ​ຮ່ວມ​ມື​ພັດ​ທະ​ນາ​ເສດ​ຖະ​ກິດ​ດີ​ຈີ​ຕອນ

2025/10/28 | 09:31:36
(VOVWORLD) - ທ່ານ ຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ນຳໜ້າຄະນະປະຕິບັດງານຂອງລັດຖະບານ ໄປຢ້ຽມຢາມ ແລະ ເຮັດວຽກກັບອົງການຮ່ວມມືເຕັກນິກດີຈີຕອນ (DCO), ອົງການຈັດຕັ້ງສາກົນ ກ່ຽວກັບນະໂຍບາຍ ແລະ ຍຸດທະສາດດີຈີຕອນທົ່ວໂລກ, ເພື່ອແນໃສ່ຊຸກຍູ້ການຮ່ວມມືໃນການຫັນເປັນດີຈີຕອນລະຫວ່າງບັນດາປະເທດ, ພິເສດແມ່ນບັນດາປະເທດ ອິດສະລາມ. 
ທ່ານ ຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານນາງ Deemah AIYahya, ເລຂາທິການໃຫຍ່ DCO (ພາບ: VGP)

ຕອນບ່າຍວັນທີ 27 ຕຸລາ, ຕາມເວລາທ້ອງຖິ່ນ, ຢູ່ Riyadh, ອາຣັບບິ ຊະອຸດິ, ທ່ານ ຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ນຳໜ້າຄະນະປະຕິບັດງານຂອງລັດຖະບານ ໄປຢ້ຽມຢາມ ແລະ ເຮັດວຽກກັບອົງການຮ່ວມມືເຕັກນິກດີຈີຕອນ (DCO), ອົງການຈັດຕັ້ງສາກົນ ກ່ຽວກັບນະໂຍບາຍ ແລະ ຍຸດທະສາດດີຈີຕອນທົ່ວໂລກ, ເພື່ອແນໃສ່ຊຸກຍູ້ການຮ່ວມມືໃນການຫັນເປັນດີຈີຕອນລະຫວ່າງບັນດາປະເທດ, ພິເສດແມ່ນບັນດາປະເທດ ອິດສະລາມ. ເມື່ອຕ້ອນຮັບທ່ານ ຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ, ທ່ານນາງ Deemah AIYahya, ເລຂາທິການໃຫຍ່ DCO, ເປັນກຽດເຊື້ອເຊີນ ຫວຽດນາມ ກາຍເປັນສະມາຊິກຖາວອນ; ພ້ອມທັງປາດຖະໜາຢາກ ເພີ່ມທະວີການຮ່ວມມືຄົ້ນຄວ້າ, ບໍາລຸງສ້າງ, ໝູນໃຊ້ເຕັກໂນໂລຢີ. ທ່ານ ຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ກໍເຫັນດີຕໍ່ຄຳເຊື້ອເຊີນ ຫວຽດນາມ ກາຍເປັນສະມາຊິກຂອງ DCO , ທ່ານສະເໜີໃຫ້ ສອງຝ່າຍສ້າງຕັ້ງກຸ່ມຮ່ວມມື, ພ້ອມກັນແລກປ່ຽນບັນດາວຽກງານລະອຽດ ເພື່ອມຸ່ງໄປເຖິງການຮ່ວມມືຢ່າງຮອບດ້ານ, ໜູນຊ່ວຍ, ແບ່ງປັນຄົ້ນຄວ້າພັດທະນາ, ບຳລຸງກໍ່ສ້າງຊັບພະຍາກອນມະນຸດ, ເຕັກໂນໂລຢີ, AI.

ກໍໃນວັນດຽວກັນ, ເມື່ອເປັນປະທານການໂອ້ລົມສົນທະນາ ດ້ວຍຫົວຂໍ້ “ການລົງທຶນ ຫວຽດນາມ - ອາຣັບບິ ຊະອຸດິ”, ເຫດການທີ່ດຶງດູດກວ່າ 25 ວິສາຫະກິດ ອາຣັບບິ ຊະອຸດິ ໃນບັນດາຂົງເຂດທີ່ພວມມີແນວຄວາມຄິດຄົ້ນຄວ້າລົງທຶນ, ເປີດກວ້າງການລົງທຶນຢູ່ ຫວຽດນາມ, ທ່ານ ຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເນັ້ນໜັກເຖິງເປົ້າໝາຍນຳການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່, ໃນນັ້ນ ການຮ່ວມມືດ້ານເສດຖະກິດແມ່ນຈຸດສຸມ. ທ່ານຫວັງວ່າ ອາຣັບບິ ຊະອຸດິ ຈະກາຍເປັນ “ປະຕູ” ຊ່ວຍໃຫ້ ຫວຽດນາມ ເຂົ້າເຖິງຕະຫຼາດຕາເວັນອອກກາງ, ໃນຂະນະທີ່ ຫວຽດນາມ ແມ່ນ “ປະຕູ” ເພື່ອໃຫ້ ອາຣັບບິ ຊະອຸດິ ເປີດກວ້າງຕະຫຼາດຢູ່ ອາຊຽນ.


 

TAG
VOV/VOVworld/ເລຂາທິການໃຫຍ່ DCO/ເລຂາທິການໃຫຍ່ DCO/

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ