logo

ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ປ້ອງກັນ​ຊັ້ນ ozone

2025/9/15 | 11:56:09
(VOVWORLD) - ຕາມການສະຖິຕິຂອງຄະນະເລຂາ ozone ສາກົນແລ້ວ, ໄລ່ຮອດເດືອນສິງຫາ 2025, ຫວຽດນາມໄດ້ຫຼຸດການປ່ອຍທາດ C02 ປະມານ 240 ລ້ານໂຕນ ຈາກບັນດາການເຄື່ອນໄຫວຄຸ້ມຄອງ, ລົບລ້າງທາດຕ່າງໆໂດຍໄດ້ຮັບການຄຸ້ມຄອງຕາມຈົດໝາຍທາງການ Montreal. 
ກອງປະຊຸມສຳມະນາ  “ການເຄື່ອນໄຫວປ້ອງກັນຊັ້ນ ozone ມຸ່ງໄປເຖິງການຫັນປ່ຽນສີຂຽວ: ຊຸກຍູ້ການຮ່ວມມືລະຫວ່າງລັດຖະບານ, ການຮ່ວມພາກລັດ - ເອກະຊົນ” (ພາບ:  nhandan.vn)

ຕອນບ່າຍວັນທີ 15 ກັນຍາ, ຢູ່ຮ່າໂນ້ຍ, ກະຊວງກະສິກຳ ແລະ ສິ່ງແວດລ້ອມໄດ້ຈັດກອງປະຊຸມສຳມະນາ ວັນສາກົນປ້ອງກັນຊັ້ນ ozone 2025 – 40 ປີແຫ່ງວັນສົນທິສັນຍາ Vienna : ຈາກວິທະຍາສາດຕະຫຼອດຮອດການກະທຳທົ່ວໂລກດ້ວຍຫົວຂໍ້ “ການເຄື່ອນໄຫວປ້ອງກັນຊັ້ນ ozone ມຸ່ງໄປເຖິງການຫັນປ່ຽນສີຂຽວ: ຊຸກຍູ້ການຮ່ວມມືລະຫວ່າງລັດຖະບານ, ການຮ່ວມພາກລັດ - ເອກະຊົນ”.

ຕາມການສະຖິຕິຂອງຄະນະເລຂາ ozone ສາກົນແລ້ວ, ໄລ່ຮອດເດືອນສິງຫາ 2025, ຫວຽດນາມໄດ້ຫຼຸດການປ່ອຍທາດ C02 ປະມານ 240 ລ້ານໂຕນ ຈາກບັນດາການເຄື່ອນໄຫວຄຸ້ມຄອງ, ລົບລ້າງທາດຕ່າງໆໂດຍໄດ້ຮັບການຄຸ້ມຄອງຕາມຈົດໝາຍທາງການ Montreal. ໃນໄລຍະຈະມາເຖິງ, ໂດຍປະຕິບັດແຜນການແຫ່ງຊາດກ່ຽວກັບການຄຸ້ມຄອງ, ລົບລ້າງທາດເຮັດໃຫ້ຊັ້ນ ozone ຊຸດໂຊມລົງ ແລະ ທາດກໍ່ມົນລະພິດເຮືອນແກ້ວ ໄດ້ຮັບການຄວບຄຸມຮອດປີ 2045, ຫວຽດນາມ ຈະຫຼຸດຜ່ອນການປ່ອຍທາດ CO2 ປະມານ 11,2 ລ້ານໂຕນ. ບັນດາໝາກຜົນນີ້ ສະແດງໃຫ້ເຫັນວ່າ ຫວຽດນາມ ໄດ້ ແລະ ພວມຜັນຂະຫຍາຍວິວັດການປະຕິບັດສົນທິສັນຍາ Vienna, ຈົດໝາຍທາງການ Montreal ຢ່າງຖືກຕ້ອງ ແລະ ຕັ້ງໜ້າຮ່ວມມື, ຮ່ວມເດີນທາງພ້ອມກັບບັນດາປະເທດໃນໂລກ. ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ເລກົງແທັ່ງ ໃຫ້ຮູ້ວ່າ:

ຫວຽດນາມໄດ້ມານະພະຍາຍາມປະຕິບັດສຳເລັດນະໂຍບາຍກົດໝາຍວ່າດ້ວຍການປ້ອງກັນຊັ້ນ ozone ເພື່ອຄຸ້ມຄອງບັນດາທາດໄດ້ຮັບການຄວບຄຸມຢ່າງມີປະສິດທິຜົນກ່ວາອີກ, ລະອຽດແມ່ນໄດ້ຫັນເນື້ອໃນເປັນກົດໝາຍ ໃນກົດໝາຍວ່າດ້ວຍການປ້ອງກັນສິ່ງແວດລ້ອມ 2020 ແລະ ບັນດາເອກະສານຂໍ້ກຳນົດລະອຽດໃນການປະຕິບັດກົດໝາຍ. ນີ້ແມ່ນພື້ນຖານສຳຄັນເພື່ອໃຫ້ ຫວຽດນາມຄຸ້ມຄອງຢ່າງມີປະສິດທິຜົນ ແລະ ຄົບຊຸດ, ຕິດພັນກັບການປ້ອງກັນຊັ້ນ ozone ດ້ວຍບັນດາບຸລິມະສິດແຫ່ງຊາດອື່ນໆຄືການຄຸ້ມຄອງການປ່ອຍທາດພິດເຮືອນແກ້ວ, ປະຕິບັດເປົ້າໝາຍຫັນເປັນສີຂຽວ.

TAG
VOV/VOVworld/ຫວຽດ​ນາມ/ສິ່ງ​ແວດ​ລ້ອມ/ozone

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ