logo

ຫວຽດ​ນາມ ມີ​ເງື່ອນ​ໄຂ​ພາຍ​ໃນ​ພຽງ​ພໍ ເພື່ອ​ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ໃນ​ລະ​ບົບ​ສະ​ໜອງ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ

2025/11/7 | 09:25:42
(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ເນັ້ນໜັກວ່າ, ຫວຽດນາມ ກຳນົດວິໄສທັດຍາວນານພັດທະນາ ຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ ກາຍເປັນໜຶ່ງໃນບັນດາເສົາຄ້ຳຂອງພື້ນຖານເສດຖະກິດດີຈີຕອນ, ເສດຖະກິດພູມປັນຍາ ແລະ ເສດຖະກິດສີຂຽວ....
 
(ພາບ: NIC)

    ໃນສະພາບການທີ່ການແກ່ງແຍ້ງ ແລະ ຫັນປ່ຽນຢ່າງແຮງຂອງລະບົບສະໜອງທົ່ວໂລກ, ຫວຽດນາມ ມີເງື່ອນໄຂພາຍໃນຢ່າງພຽງພໍທີ່ຈຳເປັນ ເພື່ອຍົກສູງທີ່ຕັ້ງບົດບາດໃນລະບົບສະໜອງຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າເທື່ອລະກ້າວ. ນີ້ແມ່ນຄຳຢັ້ງຢືນຂອງທ່ານ ຫງວຽນຈີຢຸງ, ຮອງນາຍົກລັດຖະມົນຕີ ທີ່ພິທີໄຂງານວາງວະແດງຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ ຫວຽດນາມ 2025 – SEMIEXPO Viet Nam 2025 ຈັດຂຶ້ນໃນຕອນເຊົ້າວັນທີ 7 ພະຈິກຢູ່ ຮ່າໂນ້ຍ.

   ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ເນັ້ນໜັກວ່າ, ຫວຽດນາມ ກຳນົດວິໄສທັດຍາວນານພັດທະນາ ຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ ກາຍເປັນໜຶ່ງໃນບັນດາເສົາຄ້ຳຂອງພື້ນຖານເສດຖະກິດດີຈີຕອນ, ເສດຖະກິດພູມປັນຍາ ແລະ ເສດຖະກິດສີຂຽວ:

  ຫວຽດນາມ ມີລະບົບການເມືອງສະຖຽນລະພາບ, ສະພາບແວດລ້ອມເສດຖະກິດມະຫາພາກໝັ້ນຄົງໜັກແໜ້ນ, ທີ່ຕັ້ງພູມສາດການເມືອງສະດວກ. ຫວຽດນາມ ມີກຳລັງແຮງງານຫຼາຍດ້ວຍຄ່າໃຊ້ຈາຍແກ່ງແຍ້ງ, ພິເສດແມ່ນໃນບັນດາຂົງເຂດເຕັກນິກ ແລະ ເຕັກໂນໂລຊີ. ຫວຽດນາມ ນັບມື້ນັບມີມີກຳລັງດຶງດູດສຳລັບບັນດາກຸ່ມບໍລິສັດເຕັກໂນໂລຊີແຖວໜ້າຂອງໂລກ ຄື: Samsung, NVIDIA, Foxconn... ສິ່ງສຳຄັນກ່ວາ, ນັ້ນແມ່ນ ຫວຽດນາມ ພວມຍູ້ແຮງການສ້າງໂຄງປະກອບເສດຖະກິດຄືນໃໝ່ ຕິດພັນກັບການປ່ຽນແປງໃໝ່ຮູບແບບການເຕີບໂຕ, ສືບຕໍ່ສ້າງລະບອບລະບຽບການໃຫ້ສົມບູນແບບ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ແກ້ໄຂຈຸດອັດຕັນດ້ານໂຄງລ່າງ, ແຫຼ່ງຊັບພະຍາກອນມະນຸດ ແລະ ກໍ່ມີບັນດາມາດຕະການທີ່ມີລັກສະນະຍຸດທະສາດ.

 

         

TAG
VOV/VOVworld/SEMIEXPO Viet Nam 2025

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ