logo

ຫວຽດ​ນາມ ຢັ້ງ​ຢືນ​ຖາ​ນະ​​ບົດ​ບາດໃໝ່​ບົນ​ເວ​ທີ​ສາກົນ ຜ່ານ UNGA 80

2025/9/29 | 09:32:24

(VOVWORLD) -  ບົດຂຽນໄດ້ຢັ້ງຢືນວ່າ ການເດີນທາງໄປປະຕິບັດງານຂອງທ່ານປະທານປະເທດ ເລືອງເກື່ອງ ທີ່ຜ່ານມາແມ່ນສິ່ງພິສູດໃຫ້ເຫັນຢ່າງມີຊີວິດຊີວາໃຫ້ແກ່ແນວທາງ, ແບບແຜນ ແລະ ສິລະປະທາງການທູດຂອງ ຫວຽດນາມ.



ທ່ານປະທານປະເທດ ເລືອງເກືອງ ກ່າວຄຳເຫັນທີ່ວາລະປຶກສາຫາລືລວມຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 80 (UNGA 80) (ພາບ: TTXVN)

ຫາງສຽງສາກົນ ພວມມີຄວາມສົນໃຈເປັນພິເສດເຖິງການເດີນທາງໄປປະຕິບັດງານຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ຢູ່ວາລະປຶກສາຫາລືລວມຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 80 (UNGA 80) ແລະ ບັນດາການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ ໃນລະຫວ່າງວັນທີ 21 – 24 ກັນຍາ. ມີນັກຊ່ຽວຊານ ແລະ ສື່ມວນຊົນສາກົນ ໄດ້ຕີລາຄາວ່າ ນີ້ແມ່ນຂີດໝາຍສຳຄັນ, ພິສູດໃຫ້ເຫັນຖານະບົດບາດທີ່ນັບມື້ນັບເພີ່ມຂຶ້ນຂອງ ຫວຽດນາມ ບົນເວທີສາກົນ. ໜັງສືພິມ The Washington Times ໃນບົດວິເຄາະລົງເລິກ ດ້ວຍຫົວຂໍ້ “ບົດກ່າວປາໄສຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ຢູ່ ສປຊ ໄດ້ເນັ້ນໜັ້ກເຖິງບົດບາດທົ່ວໂລກຂອງ ຫວຽດນາມ ໃນສະພາບພູມີສາດການເມືອງມີຄວາມເຄັ່ງຕຶງ”, ໄດ້ເນັ້ນໜັກເຖິງບົດບາດທີ່ນັບມື້ນັບໃຫຍ່ຂຶ້ນຂອງ ຫວຽດນາມ ດ້ວຍຖານະແມ່ນປະເທດທີ່ມີຄວາມຮັບຜິດຊອບ ແລະ ມຸ່ງໄປເຖິງອະນາຄົດ. ໃນນັ້ນ, ເວັບໄຊ International Policy Digest ໄດ້ລົງບົດຂຽນ “Vietnam’s Bamboo Diplomacy Goes Global” ຂອງນັກຮຽນຮູ້ James Borton. ບົດຂຽນໄດ້ຢັ້ງຢືນວ່າ ການເດີນທາງໄປປະຕິບັດງານຂອງທ່ານປະທານປະເທດ ເລືອງເກື່ອງ ທີ່ຜ່ານມາແມ່ນສິ່ງພິສູດໃຫ້ເຫັນຢ່າງມີຊີວິດຊີວາໃຫ້ແກ່ແນວທາງ, ແບບແຜນ ແລະ ສິລະປະທາງການທູດຂອງ ຫວຽດນາມ: ອ່ອນໂຍນ ແຕ່ມີກົກທີ່ໝັ້ນແກ່ນ, ມີໄຫວພິບແຕ່ຢຶດໝັ້ນ.


TAG
VOV/VOVworld/ຫວຽດ​ນາມ/ສ​ະ​ຫະ​ປະ​ຊາ​ຊາດ/ຖາ​ນະ​ບົດ​ບາດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ