logo

ຫວຽດນາມຢັ້ງຢືນຜົນງານພັດທະນາແບບຍືນຍົງຕໍ່ໜ້າສະມັດຊາໃຫຍ່ສປຊ

2012/3/17 | 11:56:44

ຫວຽດນາມຢັ້ງຢືນ​ຜົນງານພັດທະນາແບບຍືນຍົງຕໍ່ໜ້າສະມັດຊາໃຫຍ່ສປຊ


 ທ່ານ​ເອກ​ອັກຄະລັດຖະທູດ ​ເລ​ຮ່ວາຍ​ຈຸ​ງ ຫົວໜ້າ​ຄະນະ​ຜູ້ຕາງໜ້າ​ຫວຽດນາມ​ປະຈຳສະຫະປະຊາຊາດ​
(ພາບ: internet)

Vovworld- ວັນທີ 16ມີນາ, ສະມັດຊາໃຫຍ່ສະຫະປະຊາຊາດໄດ້ປຶກສາຫາລື ບົດລາຍງານຂອງຄະນະກຳມະການລະດັບສູງຂອງອົງການນີ້ກ່ຽວກັບຄວາມໝັ້ນຄົງທົວໂລກໂດຍທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki Moon ສະ​ເໜີ. ກ່າວ​ຄຳ​ເຫັນ​ນະ​ການ​ນີ້, ທ່ານ​ເອກ​ອັກຄະລັດຖະທູດ ​ເລ​ຮ່ວາຍ​ຈຸ​ງ ຫົວໜ້າ​ຄະນະ​ຜູ້ຕາງໜ້າ​ຫວຽດນາມ​ປະຈຳສະຫະປະຊາຊາດ​ເນັ້ນ​ໜັກ​ວ່າ ​ເສັ້ນທາງ​ພັດທະນາ​ແບບ​ຍືນ​ຍົງ​ໄດ້​ຮັບ​ການ​ພິສູດ​ດ້ວຍ​ຫຼັກ​ຖານ​ຕົວ​ຈິງ​ຢູ່​ທຸກ​ແຫ່ງ​ໃນ​ໂລກ, ​ແມ່ນ​ການ​ຕອບ​ສະໜອງ​ຢ່າງ​ຢ່າງຮຸ່ນ​ແຮງ​ຕໍ່​ສິ່ງ​ທ້າ​ທາຍ​ໃນ​ຍຸກ​ປະຈຸ​ບັນ. ບັນດາ​ຂໍ້​ສະ​ເໜີ​ໃນ​ບົດ​ລາຍ​ງານ​ຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ ກໍ​ຄື​ບັນດາ​ມາດ​ຕະການ​ລະອຽດ ​ໄດ້​ເນັ້ນ​ໜັ້ກ​ເຖິງ​ການ​ມອບ​ສິດ​ປະຕິບັດບັນດາ​ການ​ເລືອກ​ເຟັ້ນ​ແບບ​ຍືນ​ຍົງ​ໃຫ້​ແກ່​ປະຊາຊົນ ​ແລະ ​ເພີ່ມ​ທະ​ວີ​ການ​ຄຸ້ມ​ຄອງ​ລະບອບ​ບັນຍັດ​ແນ​ໃສ່​ຊ່ວຍ​ໜູນ​ການ​ພັດທະນາ​ແບບ​ຍືນ​ຍົງ. ບັນດາ​ຂໍ້​ສະ​ເໜີ​ເຫຼົ້າ​ນັ້ນ ປະກອບ ສ່ວນ​ສຳຄັນ​ເຂົ້າ​ໃນ​ວິວັດ​ການວາງ​ແຜນ​ກຳນົດ ​ແລະ ປະຕິບັດ​ບັນດາ​ນະ​ໂຍບາຍ​ພັດທະນາ​ທັງ​ລະດັບ​ຊາດ ​ແລະ ສາກົນ. ຫວຽດນາມ​ພ້ອມ​ແລ້ວ​ຈະ​ຮ່ວມ​ມື​ກັບ ສະຫະປະຊາຊາດ ​ແລະ ຄູ່​ຮ່ວມ​ມື​ອື່ນໆ​ເພື່ອ​ສືບ​ຕໍ່​ປະຕິບັດ​ບົດ​ລາຍ​ງານ​ນີ້.
TAG

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ