logo

ຫວຽດນາມ ຢືດໝັ້ນສະໜັບສະໜູນພາລະກິດແຫ່ງການຕໍ່ສູ້ອັນຊອບທຳຂອງປະຊາຊົນ ປາແລັດສະຕິນ

2025/11/27 | 09:42:00
(VOVWORLD) - ທີ່ການພົບປະສົນທະນາ, ລັດຖະມົນຕີ 2 ທ່ານໄດ້ພ້ອມກັນແລກປ່ຽນ ແລະ ເປັນເອກະພາບບັນດາມາດຕະການລະອຽດ ແນໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ປາແລັດສະຕິນ
ທີ່ການພົບປະສົນທະນາ
(ພາບ: baoquocte.vn)

”ຫວຽດນາມ ສະໜັບສະໜູນມາດຕະການແກ້ໄຂ 2 ລັດ, ມີຄວາມສະເໝີຕົ້ນສະເໝີປາຍສະໜັບສະໜູນພາລະກິດແຫ່ງການຕໍ່ສູ້ອັນຊອບທຳຂອງປະຊາຊົນ ປາແລັດສະຕິນ ເພື່ອເອກະລາດ ແລະ ບັນດາສິດຕັດສິນດ້ວຍຕົນເອງຂອງຊາດ”. ນີ້ແມ່ນສານຂອງທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ທີ່ການພົບປະສົນທະນາກັບ ທ່ານ Varsen Aghabekian Shahin, ລັດຖະມົນຕີການຕ່າງປະເທດ ປາແລັດສະຕິນ ແລະ ຊາວຕ່າງດ້າວລັດ ປາແລັດສະຕິນ, ໃນຕອນບ່າຍວັນທີ 26 ພະຈິກ, ຢູ່ ຮ່າໂນ້ຍ.

ທີ່ການພົບປະສົນທະນາ, ລັດຖະມົນຕີ 2 ທ່ານໄດ້ພ້ອມກັນແລກປ່ຽນ ແລະ ເປັນເອກະພາບບັນດາມາດຕະການລະອຽດ ແນໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ປາແລັດສະຕິນ, ໃນນັ້ນ, ມີການເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ; ຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດ ຜ່ານການສ້າງເງື່ອນໄຂສະດວກໃຫ້ປະຊາຄົມວິສາຫະກິດ 2 ປະເທດຊອກຫາໂອກາດຮ່ວມມືລົງທຶນ, ດຳເນີນທຸລະກິດ, ເປີດກວ້າງການຮ່ວມມືດ້ານການສຶກສາ - ບຳລຸງສ້າງ, ການພົບປະແລກປ່ຽນປະຊາຊົນ…

ເນື່ອງໃນໂອກາດນີ້, ລັດຖະມົນຕີ 2 ທ່ານກໍ່ໄດ້ເຊັນສັນຍາຍົກເວັ້ນວີຊາໃຫ້ແກ່ຜູ້ຖືມີໜັງສືຜ່ານແດນທາງການທູດຂອງແຕ່ລະປະເທດ.

TAG
VOV/VOVworld/​ຜູ​້​ແທນ/​ຂັ້ນ​ສູງ/ຍົກ​ສູງ​/ປະ​ສິດ​ທິ​ຜົນ​

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ