logo

ຫວຽດນາມ ລົງ​ທຶນໃສ່​ຂົງ​ເຂດພະລັງງານ ແລະ ຂຸດຄົ້ນບໍ່ແຮ່ ຢູ່ແຂວງອັດຕະປືຂອງລາວລົງທຶນຫຼາຍກວ່າ 815 ລ້ານ USD

2022/6/9 | 09:47:49
(VOVWORLD) -ໜັງສືພິມ ວຽງຈັນທາມ ສະບັບອອກ ວັນທີ 9 ມິຖຸນາ ໃຫ້ຮູ້ວ່າຫວຽດນາມ ໄດ້ລົງທຶນ ເຂົ້າໃນຂົງເຂດກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ ແລະ ຂຸດຄົ້ນບໍ່ແຮ່ ຢູ່ແຂວງ ອັດຕະປື ພາກໃຕ້ ຂອງລາວຫຼາຍກວ່າ 815 ລ້ານ USD.

ເຂື່ອນໄຟຟ້າ ໄຊຍະບູລີ ຂອງລາວ ຢູ່ແມ່ນ້ຳຂອງ (ພາບ: ThaiPBS)

ທ່ານ ວິທະຍາ ພົມມະຈັນ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ອັດຕະປື ໃຫ້ຮູ້ວ່າ: ໃນຈໍານວນກວ່າ 800 ລ້ານ USD, ມີ 30,8 ລ້ານ USD ລົງທຶນໃສ່ສະຖານີສົ່ງໄຟຟ້າ, 691 ລ້ານ USD ລົງທຶນໃສ່ຂົງເຂດພະລັງງານ ແລະ 93,3 ລ້ານ USD ລົງທຶນໃສ່ຂະແໜງຂຸດຄົ້ນບໍ່ແຮ່.

ຕາມທ່ານ ວິທະຍາ ພົມມະຈັນ ແລ້ວ, ບັນດາປ້ວງເງິນລົງທຶນໃສ່ພະລັງງານແມ່ນນຳໃຊ້ເຂົ້າໃນການພັດທະນາບັນດາເຂື່ອນໄຟຟ້ານ້ຳຕົກເຊກະໝານ 1, ເຂື່ອນໄຟຟ້ານ້ຳຕົກນ້ຳຕົກເຊກະໝານສານໄຊ, ເຂື່ອນໄຟຟ້ານ້ຳຕົກເຊກອງ ລຸ່ມ A ແລະ ເຂື່ອນໄຟຟ້ານ້ຳຕົກເຊກອງ ລຸ່ມ B ເຂື່ອນທັງໝົດແມ່ນຄາດວ່າໃຫ້ສຳເລັດໃນປີ 2025.

ຕາມໜັງສືພິມວຽງຈັນທາມແລ້ວ, ປະຈຸບັນ, ບັນດາບໍລິສັດຫວຽດນາມ ມີ 417 ໂຄງການລົງທຶນຢູ່ລາວ ດ້ວຍຍອດມູນຄ່າ 4,3 ຕື້ USD, ຫວຽດນາມ ຢືນອັນດັບ 3 ໃນຈຳນວນ 54 ປະເທດ ແລະ ເຂດແຄ້ວນລົງທຶນຢູ່ລາວ.

TAG
VOV/VOVworld/ຫວຽດ​ນາມ/ລາວ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ