logo

ຫວຽດນາມ - ລາວ - ກຳປູເຈຍ ເພີ່ມທະວີການຮ່ວມມືໃນຂົງເຂດຕຸລາການ

2018/12/15 | 08:14:53
(VOVWORLD) - ວັນທີ 14 ທັນວາ, ທີ່ນະຄອນຫລວງ ພະນົມເປັນ, ສານສູງສຸດ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ຈັດຕັ້ງກອງປະຊຸມສານບັນດາແຂວງຊາຍແດນຄັ້ງທີ 5 ກ່ຽວກັບການເຄື່ອນໄຫວຕ້ານອາດຊະຍາກຳ ແລະ ແກ້ໄຂບັນດາຄະດີແພ່ງຂ້າມຊາຍແດນ. 
 ຫວຽດນາມ - ລາວ - ກຳປູເຈຍ ເພີ່ມທະວີການຮ່ວມມືໃນຂົງເຂດຕຸລາການ

ນັບແຕ່ພາຍຫລັງກອງປະຊຸມສານບັນດາແຂວງຊາຍແດນ 3 ປະເທດຄັ້ງທີ 1 ປີ 2010 ໄດ້ຈັດຕັ້ງຢູ່ ຫວຽດນາມ, ບັນດາການເຄື່ອນໄຫວຮ່ວມມືຂອງສານ 3 ປະເທດຢູ່ຂັ້ນສານສູງສຸດ ແລະ ຂັ້ນແຂວງ, ພິເສດແມ່ນບັນດາແຂວງຊາຍແດນ ນັບມື້ນັບບັນລຸໄດ້ໝາກຜົນທີ່ມີຄວາມໝາຍໃຫຍ່ຫລວງ ແລະ ຕັ້ງໜ້າ, ແຕ່ການຮ່ວມມືໃນຂົງເຂດອາຍາຕະຫລອດຮອດການແກ້ໄຂບັນດາຄະດີແພ່ງ, ໄດ້ປະກອບສ່ວນປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສະຖຽນລະພາບຢູ່ແຕ່ລະປະເທດເວົ້າສະເພາະ ແລະ ຂອງພາກພື້ນເວົ້າລວມ; ສົ່ງຜົນກະທົບຕັ້ງໜ້າຕໍ່ວິວັດທະນາການເຊື່ອມໂຍງເຂົ້າກັບສາກົນຂອງແຕ່ລະປະເທດ. ທີ່ກອງປະຊຸມຄັ້ງນີ້, 3 ປະເທດສືບຕໍ່ປຶກສາຫາລືບົດຮຽນ ແລະ ບັນດາກົນໄກ ແນໃສ່ໜູນຊ່ວຍເຊິ່ງກັນ ແລະ ກັນໃນການຕໍ່ສູ້ຕ້ານອາດຊະຍາກຳຂ້າມຊາຍແດນ, ວິທີການແກ້ໄຂບັນດາຄະດີແພ່ງຂ້າມຊາຍແດນ.

TAG
VOV/VOVworld/ລາວ/ກຳປູເຈຍ/ຕຸລາການ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ