ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ບຸ່ຍແທັງເຊີນ ຕ້ອນຮັບທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີກະຊວງເຕັກໂນໂລຢີ ແລະ ການສື່ສານ ລາວ (ພາບ: VOV) |
ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ແລະ ກະຊວງເຕັກໂນໂລຢີ ແລະ ການສື່ສານລາວ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍປະຕິບັດ, ຫັນເອກະສານຮ່ວມມືທີ່ໄດ້ລົງນາມແລ້ວເປັນລະອຽດ ແລະ ມີປະສິດທິຜົນ, ໂດຍສະເພາະແມ່ນການຮ່ວມມືກ່ຽວກັບວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ - ບັນດາເນື້ອໃນສຳຄັນໃນແຜນການເຊື່ອມຕໍ່ສອງພື້ນຖານເສດຖະກິດ. ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທັງເຊີນ ຢັ້ງຢືນວ່າ: ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນປະສົບການກັບ ລາວ ກ່ຽວກັບການພັດທະນາວິທະຍາສາດ - ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນ; ຢັ້ງຢືນຄວາມພ້ອມຮ່ວມມືກັບລາວໃນການພັດທະນາແຫຼ່ງບຸກຄະລາກອນວິທະຍາສາດ - ເຕັກໂນໂລຢີ, ສ້າງລະບົບນິເວດ startup , ສູນຂໍ້ມູນ, ຊຸກຍູ້ການຮ່ວມມືຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນກ່ຽວກັບຄວາມປອດໄພທາງໄຊເບີ.
ສ່ວນທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີກະຊວງເຕັກໂນໂລຢີ ແລະ ການສື່ສານ ລາວ ປາດຖະໜາວ່າ ຫວຽດນາມ ຈະແບ່ງປັນບົດຮຽນປະສົບການ, ໜູນຊ່ວຍລາວໃນການໝູນໃຊ້ປັນຍາປະດິດ, ສ້າງສູນຂໍ້ມູນ, ຫັນເປັນດີຈີຕອນ, ສ້າງລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ, ສັງຄົມດີຈີຕອນ, ພັດທະນາແຫຼ່ງຊັບພະຍາກອນມະນຸດ.




