logo

ຫວຽດ​ນາມ - ລາວ ຊຸກ​ຍູ້​ການ​ຮ່ວ​ມ​ມື​ໃນ​ຂົງ​ເຂດກວດ​ສອບພາກ​ລັດ

2022/4/22 | 07:14:47
(VOVWORLD) -ວັນທີ 21 ເມສາ ຢູ່ຮ່າໂນ້ຍ, ອົງການກວດສອບແຫ່ງລັດ ຫວຽດນາມ ໄດ້ສົມທົບກັບ ອົງການກວດສອບແຫ່ງລັດ ລາວ ຈັດກອງປະຊຸມກ່ຽວກັບ “ລະບົບກວດສອບພາກລັດ” ແບບທາງໄກ. ກອງປະຊຸມເພື່ອແນໃສ່ຊຸກຍູ້ການຮ່ວມມືສອງຝ່າຍ ລະຫວ່າງສອງອົງການເພື່ອແບ່ງປັນປະສົບການກ່ຽວກັບ “ລະບົບກວດສອບພາກລັດ”.
ກອງປະຊຸມກ່ຽວກັບ “ລະບົບກວດສອບພາກລັດ” ແບບທາງໄກ (ພາບ:TTXVN)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ເຈິ່ນຊີແທັງ ຫົວໜ້າອົງການກວດສອບແຫ່ງລັດ ຫວຽດນາມ ຫວັງວ່າ ຜ່ານການເຄື່ອນໄຫວແລກປ່ຽນ, ແບ່ງປັນປະສົບການ, ອົງການກວດສອບແຫ່ງລັດສອງປະເທດ ຈະມີຄວາມເຂົ້າໃຈແຈ້ງ ກ່ວາກ່ຽວກັບໂຄງປະກອບການຈັດຕັ້ງ, ການຈັດຕັ້ງປະຕິບັດ, ລະບົບກວດສອບແຫ່ງລັດຂອງແຕ່ລະປະເທດ, ຜ່ານນັ້ນ, ສາມາດທາບທາມປະສົບການຂອງກັນ ເພື່ອແນໃສ່ຈັດວຽກງານກວດສອບໄດ້ດີກ່ວາ. ອົງການກວດສອບແຫ່ງລັດ ຍາມໃດກໍ່ພ້ອມແລ້ວທີ່ຈະແລກປ່ຽນ ແລະ ຈັດການເຄື່ອນໄຫວດ້ານວິຊາສະເພາະ ເພື່ອແນໃສ່ເພີ່ມທະວີກຳລັງຄວາມສາມາດລະຫວ່າງສອງອົງການ, ພ້ອມທັງຮ່ວມມືຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການຜັນຂະຫຍາຍການເຄື່ອນໄຫວຕາມຂໍ້ຕົກລົງ ກ່ຽວກັບແຜນການຮ່ວມມືລະຫວ່າງລັດຖະບານ ຫວຽດນາມ ແລະ ລັດຖະບານລາວ.

TAG
VOV/VOVworld/ຫວຽດ​ນາມ/ລາວ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ