logo

ຫວຽດນາມ - ລາວ ຍູ້ແຮງການແລກປ່ຽນຄະນະຜູ້ແທນ, ພົບປະທຸກຂັ້ນ

2022/5/16 | 10:22:00
(VOVWORLD) -2 ຝ່າຍເຫັນດີຍູ້ແຮງການແລກປ່ຽນຄະນະຜູ້ແທນ, ການພົບລະຫວ່າງການນຳສະພາແຫ່ງຊາດ ແລະ ລະຫວ່າງບັນດາກຳມາທິການຂອງສະພາແຫ່ງຊາດ 2 ປະເທດ.
(ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ໄດ້ຈັດພິທີຕ້ອນຮັບທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ຢ່າງເປັນທາງການ)

ຕອນເຊົ້າວັນທີ 16 ພຶດສະພາ, ຢູ່ຫໍສະພາແຫ່ງຊາດ ລາວ, ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ໄດ້ຈັດພິທີຕ້ອນຮັບທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ຢ່າງເປັນທາງການ. ພາຍຫຼັງການຕ້ອນຮັບ, ປະທານສະພາແຫ່ງຊາດ 2 ປະເທດໄດ້ດຳເນີນການພົບປະເຈລະຈາ.

        ປະທານສະພາແຫ່ງຊາດ 2 ທ່ານໄດ້ເຫັນດີສົມທົບກັນຜັນຂະຫຍາຍບັນດາຂໍ້ຕົກລົງ ແລະ ໝາກຜົນການຢ້ຽມຢາມຂັ້ນສູງຫວ່າງມໍ່ໆມານີ້ຢ່າງມີປະສິດທິຜົນ. 2 ຝ່າຍຢືນຢັນຈະສືບຕໍ່ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ເຂດຊາຍແດນ.

        2 ຝ່າຍເຫັນດີຍູ້ແຮງການແລກປ່ຽນຄະນະຜູ້ແທນ, ການພົບລະຫວ່າງການນຳສະພາແຫ່ງຊາດ ແລະ ລະຫວ່າງບັນດາກຳມາທິການຂອງສະພາແຫ່ງຊາດ 2 ປະເທດ. ປະທານສະພາແຫ່ງຊາດ 2 ທ່ານໄດ້ຢືນຢັນສືບຕໍ່ມານະພະຍາຍາມພ້ອມກັບບັນດາປະເທດສະມາຊິກ ອາຊຽນ, ເປັນເອກະພາບທັດສະນະກ່ຽວກັບການແກ້ໄຂບັນດາການຂັດແຍ້ງກັນຢູ່ພາກພື້ນ ແລະ ໃນໂລກ, ໃນນັ້ນ, ມີບັນຫາທະເລຕາເວັນອອກ ໂດຍສັນຕິວິທີ ແລະ ບົນພື້ນຖານກົດໝາຍສາກົນ. 2 ຝ່າຍເຫັນດີສືບຕໍ່ສືບທອດມູນເຊື້ອສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສສາກົນ, ພາກພື້ນ ແລະ ເຂດອານຸແມ່ນ້ຳຂອງ.

(2 ຝ່າຍໄດ້ລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ລາວ)

ພາຍຫຼັງການພົບປະເຈລະຈາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ທ່ານປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ລາວ ໄລຍະ 2022 – 2026.

        ແລະກໍ່ໃນຕອນເຊົ້າວັນທີ 16 ພຶດສະພາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ໄປວາງພວງມາລາຢູ່ເຂດອະນຸສາວະລີອາໄລຫາບັນດານັກຮົບນີລະນາມຢູ່ນະຄອນຫຼວງ ວຽງຈັນ.

TAG
VOV/VOVworld/ຂໍ້ຕົກລົງ/ສະມາຊິກ/ອາຊຽນ/ເຂດອານຸແມ່ນ້ຳຂອງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ