logo

ຫວຽດ​ນາມ - ລ​າວ ນຳ​ຄູ່​ດ່ານ​ຊາຍ​ແດນ​ສາ​ກົນ ນາມ​ຢາງ ແລະ ດັກ​ຕາ​ອ໋ອກ ເຂົ້າ​ເຄື່ອນ​ໄຫວ

2021/8/15 | 10:08:46
(VOVWORLD) -   ວັນທີ 14 ສິງຫາ, ຢູ່ເຂດເສດຖະກິດດ່ານຊາຍແດນ ນາມຢາງ, ຄະນະກຳມະການປະຊາຊົນແຂວງ ກວ໋າງນາມ ໄດ້ຈັດຕັ້ງພິທີເປີດສະຫຼອງຄູ່ດ່ານຊາຍແດນສາກົນ ນາມຢາງ (ກວ໋າງນາມ) ແລະ ດັກຕາອ໋ອກ (ເຊກອງ, ລາວ).
ພິທີເປີດສະຫຼອງຄູ່ດ່ານຊາຍແດນສາກົນ ນາມຢາງ (ກວ໋າງນາມ) ແລະ ດັກຕາອ໋ອກ (ເຊກອງ, ລາວ) (ພາບ: VGP)

ການນຳຄູ່ຊາຍແດນດັ່ງກ່າວເຂົ້າເຄື່ອນໄຫວ ຈະຊ່ວຍຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການນຳເຂົ້າ - ສົ່ງອອກສິນຄ້າລະຫວ່າງສອງປະເທດ, ເປີດໂອກາດຮ່ວມມືໃໝ່ກ່ຽວກັບດ້ານເສດຖະກິດ, ການຄ້າ ແລະ ການທ່ອງທ່ຽວລະຫວ່າງເຂດເສດຖະກິດຈຸດສຸມທາງພາກກາງ ຫວຽດນາມ ກັບບັນດາແຂວງ ພາກກາງ - ພາກໃຕ້ຂອງ ລາວ ແລະ ເຊື່ອມຕໍ່ກັບເຂດທາງທິດຕາເວັນອອກ ພາກໃຕ້ຂອງໄທ. ດ່ານຊາຍແດນດັ່ງກ່າວ ກໍປະກອບສ່ວນເຂົ້າໃນການດຶງດູດນັກລົງທຶນສາກົນເຂົ້າມາລົງທຶນໃນຂົງເຂດ, ຊ່ວຍພັດທະນາແລວເສດຖະກິດ ຕາເວັນອອກ - ຕາເວັນຕົກ, ຊຸກຍູ້ວິວັດທະນາການເຊື່ອມຕໍ່ ແລະ ສ້າງຕັ້ງປະຊາຄົມ ອາຊຽນ.

        ທີ່ພິທີເປີດສະຫຼອງ, ການນຳແຂວງ ກວ໋າງນາມ ໄດ້ມອບເຂົ້າສານຈຳນວນ 100 ໂຕນ ເຊິ່ງເປັນຂອງຂວັນຂອງລັດຖະບານ ຫວຽດນາມ ທີ່ສະຫງວນໃຫ້ແກ່ປະຊາຊົນບ້ານຕ່າງໆຢູ່ເຂດຊາຍແດນແຂວງ ເຊກອງ. /.

TAG
VOV/VOVworld/ດັກ​ຕາ​ອ໋ອກ/ນາມ​ຢາງ/ດ່ານ​ຊາຍ​ແດນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ