logo

ຫວຽດ​ນາມ - ລາວ​ ພ້ອມ​ກັນ​ແບ່ງ​ປັນ ເພື່ອ​ອະ​ນາ​ຄົດ​ລວມ​ຂອງ​ສອງ​ປະ​ເທດ

2021/8/10 | 06:06:00
(VOVWORLD) -ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍມີທັດສະນະສະເໝີຕົ້ນສະເໝີປາຍວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນ ພ້ອມກັບພັກ, ລັດ ແລະ ປະຊາຊົນ ລາວ ຖະໜຸຖະໜອມ, ເສີມຂະຫຍາຍມູນເຊື້ອຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ ໄປຊົ່ວກາລະນານ ເພື່ອຊີວິດການເປັນຢູ່ທີ່ສົມບູນພູນສຸກ ແລະ ຄວາມວັດທະນາຖາວອນຂອງປະຊາຊົນສອງປະເທດ.
ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ເປັນເຈົ້າພາບຈັດຕັ້ງງານລ້ຽງ (ພາບ: TTXVN)

ໃນຂອບເຂດການຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ, ຕອນຄ່ຳວັນທີ 9 ສິງຫາ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ໄດ້ເປັນເຈົ້າພາບຈັດງານລ້ຽງຕ້ອນຮັບທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢ່າງສົມກຽດ. 

ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ງານລ້ຽງ (ພາບ: TTXVN)

ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ ໃນການຢ້ຽມຢາມຄັ້ງນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບເປີດທິດທາງພັດທະນາທີ່ມີຄວາມສຳຄັນຫຼາຍຢ່າງຂອງສອງປະເທດໃນໄລຍະຈະມາເຖິງ.  ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ກ່າວວ່າ:

        “ໃນບັນຍາກາດອັນອົບອຸ່ນຂອງງານລ້ຽງມື້ນີ້, ຂ້າພະເຈົ້າຂໍຢືນຢັນວ່າ, ໂລກາພິວັດ ແລະ ເຊື່ອມໂຍງເຂົ້າກັບສາກົນຄືດັ່ງພວກເຮົາໄດ້ເຫັນປະຈັກຕາ ສາຍພົວພັນສອງຝ່າຍທີ່ເລິກເຊິ່ງ, ບໍລິສຸດຜຸດຜ່ອງ, ໝັ້ນຄົງ, ຮອບດ້ານ, ສາຍພົວພັນຖານອ້າຍນ້ອງທີ່ສະເໝີຕົ້ນສະເໝີປາຍຂອງພວກເຮົາ ແມ່ນມີຄວາມໝາຍ ແລະ ຫາຍາກທີ່ສຸດໃນໂລກນີ້. ເພາະວ່າ ລາວ ແລະ ຫວຽດນາມ ເຖິງວ່າແມ່ນສອງປະເທດ, ເຖິງວ່າມີສຽງເວົ້າ ແລະ ຮີດຄອງປະເພນີທີ່ແຕກຕ່າງກັນ ແຕ່ຍາມໃດກໍ່ພ້ອມກັນແບ່ງປັນ ເພື່ອອະນາຄົດລວມຂອງທັງສອງປະເທດ”.

        ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຊີ້ແຈງວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍມີທັດສະນະສະເໝີຕົ້ນສະເໝີປາຍວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນ ພ້ອມກັບພັກ, ລັດ ແລະ ປະຊາຊົນ ລາວ ຖະໜຸຖະໜອມ, ເສີມຂະຫຍາຍມູນເຊື້ອຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ ໄປຊົ່ວກາລະນານ ເພື່ອຊີວິດການເປັນຢູ່ທີ່ສົມບູນພູນສຸກ ແລະ ຄວາມວັດທະນາຖາວອນຂອງປະຊາຊົນສອງປະເທດ.

TAG
VOV/VOVworld/ງານ​ລ້ຽງ/ສົມ​ກຽດ/ແບ່ງ​ປັນ/ອະ​ນາ​ຄົດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ