logo

ຫວຽດ​ນາມ, ລາວ​ ເພີ່ມ​ທະ​ວີ​ການ​ຮ່ວມມ​ື​ຍົກ​ສູງ​​ຄຸນ​ນະ​ພ​າບ​ໃນ​ການບ​ຳ​ລຸງ​ສ້າງ

2019/5/29 | 11:22:14
(VOVWORLD) - ຕອນເຊົ້າວັນທີ 29 ພຶດສະພາ, ຢູ່ມະຫາວິທະຍາໄລ ແຫ່ງຊາດລາວ ທີ່ນະຄອນຫຼວງ ວຽງຈັນ, ກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ໄດ້ສົມທົບກັບກະຊວງສຶກສາທິການ ແລະ ກິລາ ລາວຈັດຕັ້ງ “ເວທີປາໄສຍົກສູງຄຸນນະພາບການບຳລຸງສ້າງ ລະຫວ່າງ ຫວຽດນາມ - ລາວ”
 ທ່ານຮອງລັດຖະມົນຕີກະຊວງສຶກສາ ແລະບຳລຸງສ້າງ ຫວຽດນາມ ຫງວຽນວັນຟຸກ  (ພາບ:ຊວນຕູ/ TTXVN) 

        ກ່າວຄຳເຫັນທີ່ ເວທີປາໄສ, ທ່ານຮອງລັດຖະມົນຕີກະຊວງສຶກສາ ແລະບຳລຸງສ້າງ ຫວຽດນາມ ຫງວຽນວັນຟຸກ ເນັ້ນໜັກວ່າ: ເວທີປາໄສຍົກສູງຄຸນນະພາບໃນການບຳລຸງສ້າງ ລະຫວ່າງ ຫວຽດນາມ - ລາວຈະປະກອບສ່ວນຊຸກຍູ້ ແລະ ພັດທະນາການພົວພັນຮ່ວມມືດ້ານການສຶກສາ, ບຳລຸງສ້າງລະຫວ່າງ ສອງປະເທດ ຫວຽດນາມ - ລາວ, ນຳມາເຊິ່ງຜົນປະໂຫຍດອັນໃຫຍ່ຫຼວງໃນການພັດທະນາເສດຖະກິດ, ການຄ້າ, ການບໍລິການ ແລະ ວິທະຍາສາດເຕັກນິກໃຫ້ແກ່ທັງສອງປະເທດ ຫວຽດນາມ - ລາວໃນໄລຍະຈະມາເຖິງ.

        ສ່ວນທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີກະຊວງກະຊວງສຶກສາທິການ ແລະກິລາ ລາວ ໃຫ້ຮູ້ວ່າ ຝ່າຍລາວຈະເພີ່ມທະວີການສອນພາສາຫວຽດນາມໃຫ້ແກ່ນັກສຶກສາລາວກ່ອນທີ່ຈະໄປຮຽນຢູ່ ຫວຽດນາມ ໃຫ້ຫຼາຍກ່ວາອີກ, ປະກອບສ່ວນຍົກສູງຄຸນນະພາບການບຳລຸງສ້າງ, ນຳການຮ່ວມມືດ້ານການສຶກສາລະຫວ່າງ ຫວຽດນາມ - ລາວ ນັບມື້ນັບມີປະສິດທິຜົນ ແລະ ແທດຈິງກ່ວາອີກ. ນອກຈາກນັ້ນ, ລາວຈະສົມທົບຢ່າງແໜ້ນແຟ້ນກັບຝ່າຍ ຫວຽດນາມ ກ່ວາອີກເພື່ອເພີ່ມທະວີບັນດາວິທີການຄຸ້ມຄອງນັກສຶກສາລາວ ຢູ່ ຫວຽດນາມ.

TAG
VOV/VOVworld/ຫວຽດ​ນາມ/ລາວ/

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ