logo

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ ການ​ຮ່ວມ​ມື​ລະ​ຫວ່າງ ກຳ​ມາ​ທິ​ການ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ ຂອງ​ສະ​ພາ​ແ​ຫ່ງ​ຊາດ

2022/5/17 | 11:13:07
(VOVWORLD) -ທ່ານພົນຈັດຕະວາ ເລເຕິນເຕີຍ ຢັ້ງຢືນວ່າ ກຳມາທິການ ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ຂອງ ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ກຽມພ້ອມໃຫ້ການຮ່ວມມືກັບກຳມາທິການ ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ຂອງ ສະພາແຫ່ງຊາດລາວ ຢ່າງແໜ້ນແຟ້ນ.
ການພົບປະເຈລະຈາ  ລະຫວ່າງສອງຝ່າຍ

ຕອນບ່າຍວັນທີ 16 ພຶດສະພາ, ຢູ່ຫໍສະພາແຫ່ງຊາດ, ທີ່ນະຄອນຫຼວງວຽງຈັນ, ທ່ານເລເຕິນເຕີຍ ຫົວໜ້າກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບສະພາແຫ່ງຊາດ ຫວຽດນາມ ໄດ້ມີການພົບປະເຈລະຈາ ກັບທ່ານ ວົງສັກ ພັນທະວົງ ຫົວໜ້າກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບສະພາແຫ່ງຊາດ ລາວ. ທີ່ການພົບປະເຈລະຈາ, ທ່ານ ເລເຕິນເຕີຍ ໄດ້ເຫັນດີເປັນເອກະພາບຕໍ່ບັນດາຂໍ້ສະເໜີຂອງ ທ່ານ ວົງສັກ ພັນມະວົງ, ທ່ານກໍ່ເນັ້ນໜັກວ່າ ບັນດາເນື້ອໃນຂໍ້ຕົກລົງຮ່ວມມືໃໝ່ລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ລາວ ໂດຍປະທານສະພາແຫ່ງຊາດ ສອງປະເທດ ລົງນາມໃນຕອນເຊົ້າວັນທີ 16 ພຶດສະພາແມ່ນການກຳນົດທິດສຳຄັນທີ່ສຸດໃນການຜັນຂະຫຍາຍບັນດາການເຄື່ອນໄຫວໃນການຮ່ວມມືລະຫວ່າງກຳມາທິການປ້ອງກັນຊາດ, ປ້ອງກັນຄວາມສະຫງົບສອງປະເທດ. ທ່ານພົນຈັດຕະວາ ເລເຕິນເຕີຍ ຢັ້ງຢືນວ່າ ກຳມາທິການ ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ຂອງ ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ກຽມພ້ອມໃຫ້ການຮ່ວມມືກັບກຳມາທິການ ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ຂອງ ສະພາແຫ່ງຊາດລາວ ຢ່າງແໜ້ນແຟ້ນ.

TAG
VOV/VOVworld/ຫວຽດ​ນາມ/ລາວ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ