logo

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືລະຫວ່າງຄະນະກຳມະການກວດກາສູນກາງພັກສອງປະເທດ

2022/11/10 | 07:52:17
(VOVWORLD) - ນະທີ່ນີ້, ທ່ານ ເຈິ່ນເກີ໋ມຕູ໊ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ສະໜັບສະໜູນພາລະກິດແຫ່ງການປ່ຽນແປງໃໝ່ຂອງລາວຢ່າງຮອບດ້ານ; ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດແຖວໜ້າໃຫ້ແກ່ການພົວພັນ ຫວຽດນາມ  - ລາວ
ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ຕ້ອນຮັບທ່ານ ເຈິ່ນເກີ໋ມຕູ໊

 

ໂດຍໄດ້ຮັບຄຳເຊີນຂອງທ່ານ ຄຳພັນ ພົມມະທັດ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ ປະຊາຊົນປະຕິວັດ ລາວ, ທ່ານ ເຈິ່ນເກີ໋ມຕູ໊, ເລຂາທິການສູນກາງພັກ, ຫົວໜ້າຄະນະກຳມະການກວດກາສູນກາງ ຫວຽດນາມ, ນຳໜ້າຄະນະຜູ້ແທນຂັ້ນສູງ ຄະນະກຳມະການກວດກາສູນກາງພັກ ກອມມູນິດ ຫວຽດນາມ, ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ແຕ່ວັນທີ -9 10 ພະຈິກ.

        ຕອນບ່າຍວັນທີ 9 ພະຈິກ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບຄະນະ. ນະທີ່ນີ້, ທ່ານ ເຈິ່ນເກີ໋ມຕູ໊ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ສະໜັບສະໜູນພາລະກິດແຫ່ງການປ່ຽນແປງໃໝ່ຂອງລາວຢ່າງຮອບດ້ານ; ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດແຖວໜ້າໃຫ້ແກ່ການພົວພັນ ຫວຽດນາມ  - ລາວ. ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນພ້ອມກັບ ລາວ ຮັກສາ, ເພີ່ມພູນຄູນສ້າງ ແລະ ຖ່າຍທອດການພົວພັນແບບພິເສດ ຫວຽດນາມ - ລາວ ໃຫ້ຄົນລຸ້ນຫຼັງ. ໂດຍລາຍງານກ່ຽວກັບໝາກຜົນຂອງການເຈລະຈາກັບຄະນະກວດກາສູນກາງພັກປະຊາຊົນ ປະຕິວັດລາວ, ທ່ານ ເຈິ່ນເກີ໋ມຕູ໊ ຢັ້ງຢືນວ່າ: ອົງການກວດກາສູນກາງຂອງສອງພັກ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ; ປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງສອງອົງການກວດກາສູນກາງພັກຂອງສອງປະເທດ ແລະ ຂໍ້ຕົກລົງລະຫວ່າງການນຳຂັ້ນສູງສອງພັກ, ສອງລັດຢ່າງມີປະສິດທິຜົນ.

ການໂອ້ລົມສົນທະນາລະຫວ່າງສອງຝ່າຍ

 

        ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ສະເໜີໃຫ້ສອງອົງການກວດກາສູນກາງ ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນກ່ຽວກັບວຽກງານກໍ່ສ້າງພັກ, ພິເສດແມ່ນວຽກງານການກວດກາ, ຕິດຕາມ, ປ້ອງກັນ, ຕ້ານການສໍ້ລາດບັງຫຼວງເພື່ອປະກອບສ່ວນປະຕິບັດມະຕິຂອງກອງປະຊຸມໃຫຍ່ຂອງແຕ່ລະພັກຢ່າງມີໄຊ.

        ກ່ອນໜ້ານັ້ນ, ໃນຕອນບ່າຍວັນທີ 9 ພະຈິກ, ທ່ານ ເຈິ່ນເກີ໋ມຕູ໊ ມີການພົບປະສົນທະນາກັບທ່ານ ຄຳພັນ ພົມມະທັດ, ປະທານອົງການກວດກາສູນກາງພັກ ປະຊາຊົນປະຕິວັດ ລາວ.

TAG
VOV/VOVworld/ການ​ໂອ້​ລົມ​ສົນ​ທະ​ນາ/ບຸລິມະສິດແຖວໜ້າ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ