logo

ຫວຽດ​ນາມ - ລາ​ວ​ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂ​ດ​ສຶກ​ສາ​ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ

2025/10/15 | 11:00:00
(VOVWORLD) - ທີ່ການຕ້ອນຮັບ, ທ່ານ ຟານວັນຢາງ ໄດ້ແຈ້ງໃຫ້ ທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ຮັບຊາບກ່ຽວກັບໝາກຜົນຂອງການຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດ ໃນໄລຍະຜ່ານມາ, ກໍ່ຄືໝາກຜົນຂອງການໂອ້ລົມເຈລະຈາ ກັບທ່ານ ພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດລາວ.
ພິທີພົບປະລະຫວ່າງກະຊວງປ້ອງກັນປະເທດສອງປະເທດ (ພາບ: ກະຊວງປ້ອງກັນປະເທດ)

ເນື່ອງໃນໂອກາດນຳໜ້າຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ ໄປຢ້ຽມຢາມລາວ ຢ່າງເປັນທາງການ, ເຂົ້າຮ່ວມການພົບປະປະຈຳປີລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດສາມປະເທດ ແລະ ການຝືກຊ້ອມກອບກູ້ໄພພິບັດຮ່ວມ ລະຫວ່າງກອງທັບສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ຢູ່ລາວ, ຕອນບ່າຍວັນທີ 14 ຕຸລາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານພົນເອກ ຟານວັນຢາງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ.

ທີ່ການຕ້ອນຮັບ, ທ່ານ ຟານວັນຢາງ ໄດ້ແຈ້ງໃຫ້ ທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ຮັບຊາບກ່ຽວກັບໝາກຜົນຂອງການຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດ ໃນໄລຍະຜ່ານມາ, ກໍ່ຄືໝາກຜົນຂອງການໂອ້ລົມເຈລະຈາ ກັບທ່ານ ພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດລາວ.

ທ່ານ ຟານວັນຢາງ ເຊື່ອໝັ້ນວ່າ ການພົບປະປະຈຳປີລະຫວ່າງ ລັດຖະມົນຕີກະຊວງປ້ອງກັນປະເທດສາມປະເທດ ແລະ ການຝືກຊ້ອມກອບກູ້ໄພພິບັດຮ່ວມ ລະຫວ່າງກອງທັບສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ຈະສືບຕໍ່ເຮັດໃຫ້ການພົວພັນສາມັກຄີ, ຄວາມສະໜິດຕິດພັນ ລະຫວ່າງສາມປະເທດ ເວົ້າລວມ, ກອງທັບສາມປະເທດ ເວົ້າສະເພາະ ເລິກເຊິ່ງຂຶ້ນຕື່ມ; ທ່ານປາດຖະໜາວ່າ ທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ຈະສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກເພື່ອໃຫ້ການຮ່ວມມື ດ້ວຍປ້ອງກັນຊາດສອງຝ່າຍ ເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນຢ່າງບໍ່ຢຸດຢັ້ງ.

TAG
VOV/VOVworld/ຫວຽດ​ນາມ/ລາວ/ກຳ​ປູ​ເຈຍ/ກອງ​ທັບ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ