logo

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືໃນຂົງເຂດໂຄສະນາສຶກສາ

2022/4/25 | 11:43:27
(VOVWORLD) -2 ຝ່າຍໄດ້ເປັນເອກະພາບຈະສົມທົບກັນແປ່ເອກະສານ, ສື່ສິ່ງພິມຈຳນວນໜຶ່ງເພື່ອເປັນເອກະສານໂຄສະນາ; ຮ່ວມມືສ້າງບັນດາຜະລິດຕະພັນຖະແຫຼງຂ່າວ, ໂຄສະນາຢູ່ ຫວຽດນາມ ແລະ ລາວ
(ທີ່ການເຈລະຈາລະຫວ່າງ 2 ຝ່າຍ)

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ, ຕອນເຊົ້າວັນທີ 25 ເມສາ, ຢູ່ນະຄອນຫຼວງ ວຽງຈັນ, ຄະນະຜູ້ແທນຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ ໂດຍທ່ານ ຫງວຽນຈ້ອງເງັ້ຍ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກນຳໜ້າ, ໄດ້ດຳເນີນການເຈລະຈາກັບຄະນະຜູ້ແທນຂັ້ນສູງຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດ ລາວ ໂດຍທ່ານ ຄຳພັນ ເຜີຍຍະວົງ ເປັນຫົວໜ້າຄະນະ. 2 ຝ່າຍໄດ້ເປັນເອກະພາບຈະສົມທົບກັນແປ່ເອກະສານ, ສື່ສິ່ງພິມຈຳນວນໜຶ່ງເພື່ອເປັນເອກະສານໂຄສະນາ; ຮ່ວມມືສ້າງບັນດາຜະລິດຕະພັນຖະແຫຼງຂ່າວ, ໂຄສະນາຢູ່ ຫວຽດນາມ ແລະ ລາວ; ສືບຕໍ່ສົມທົບກັນ, ເພີ່ມທະວີການແລກປ່ຽນບົດຮຽນ ແລະ ການຮ່ວມມືກ່ຽວກັບວຽກໂຄສະນາສຶກສາ…

        ສິ້ນສຸດການເຈລະຈາ, 2 ຝ່າຍໄດ້ລົງນາມໃນຂໍຕົກລົງຮ່ວມມືລະຫວ່າງ 2 ຝ່າຍ ໄລຍະ 2022 – 2026.

TAG
VOV/VOVworld/ຄຳ​ພັ​ນ ເຜີຍຍະ​ວົງ/ໂຄ​ສະ​ນາ​​ອ​ົບ​ຮົມ​/ໂຄ​ສະ​ນາ​ສຶກ​ສາ​

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ