logo

ຫວຽດ​ນາມ-ລາວ ເຫັນ​ດີ​ຈະ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ສອງ​ຝ່າຍ​ໃຫ້​ເປັນ​ຢ່າງ​ດີ

2020/11/29 | 12:53:42
(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານລັດຖະມົນກີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽກນາມ ຟ້າມບິນມິນ ໄດ້ໄປຢ້ຽມຢາມລາວ ຢ່າງເປັນທາງການແຕ່ວັນທີ 29-30 ພະຈິກ ແລະ ເປັນປະທານຮ່ວມ ກອງປະຊຸມປຶກສາຫາລືດ້ານການເມືອງປະຈຳປີຂັ້ນລັດຖະມົນຕີການຕ່າງປະເທດ ຫວຽດນາມ-ລາວ ຄັ້ງທີ 7.
(ພາບ: TTXVN)

    ທີ່ກອງປະຊຸມຈັດຂຶ້ນໃນຕອນບາຍຂອງວັນທີ 29 ພະຈິກ, ສອງຝ່າຍໄດ້ເຫັນດີເປັນເອກະສັນ ຈະສືບຕໍ່ສົມທົບກັນຮັບໃຊ້ບັນດາການໄປຢ້ຽມຢາມ ແລະ ພົບປະຂັ້ນສູງໃຫ້ເປັນຢ່າງດີ; ປະກອບສ່ວນກະກຽມໃຫ້ແກ່ກອງປະຊຸມຄະນະກຳມະການ ລະຫວ່າງລັດຖະບານ ຫວຽດນາມ-ລາວ ຄັ້ງທີ 43 ໂດຍພາຍໃຕ້ການເປັນປະທານ ຂອງທ່ານນາຍົກລັດຖະມົນຕີສອງປະເທດ; ຫນູນຊ່ວຍ ແລະ ສົມທົບກັບບັນດາກະຊວງ, ຂະແຫນງການທີ່ກ່ຽວຂ້ອງຂອງສອງປະເທດ ເພື່ອປະຕິບັດບັນດາຂໍ້ຕົກລົງ, ໂຄງການ, ລາຍການຮ່ວມມື ຫວຽດນາມ-ລາວ ເປັນຢ່າງດີ, ໂດຍສະເພາະແມ່ນບັນດາໂຄງການຈຸດສຸມ.

   ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽກນາມ ຟ້າມບິນມິນ ຢືນຢັນວ່າ ຫວຽກນາມ ຈະຕັ້ງຫນ້າສົມທົບ ແລະ ສະຫນັບສະຫນູນລາວ ຈັດຕັ້ງກອງປະຊຸມຂັ້ນສູງ ຍຸດທະສາດຮ່ວມມືເສດຖະກິດ Ayaoadi ChaoPhraya - ແມ່ຂອງ (ACMECS) ຄັ້ງທີ 9, ກອງປະຊຸມຂັ້ນສູງ ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຄັ້ງທີ 10 ແລະ ກອງປະຊຸມຂັ້ນສູງສາມຫລ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 11 (CLV) ສຳເລັດຜົນ.

   ລັດຖະມົນຕີສອງທ່ານເຫັນດີເປັນເອກະສັນ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ. ເປັນເຈົ້າການ ແລະ ຕັ້ງໜ້າແບ່ງປັນຂໍ້ມູນຂ່າວສານ ແລກປ່ຽນທັດສະນະ ແລະ ສົມທົບຫຼັກໝັ້ນປຶກສາຫາລືຢູ່ໃນທຸກຊ່ອງ ແລະ ທຸກຂັ້ນ.

  ເນື່ອງໃນໂອກາດທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽກນາມ ຟ້າມບິນມິນ ໄປຢ້ຽມຢາມລາວ ຄັ້ງນີ້, ບໍລິສັດການບິນແຫ່ງຊາດຫວຽດນາມ (VNA) ໄດ້ເຊື່ອມຕໍ່ສາຍການບິນການຄ້າທຳອິດລະຫວ່າງ ຮ່າໂນ້ຍ-ວຽງຈັນ ຄືນໃໝ່ ນັບແຕ່ເມື່ອໂລກລະບາດໂຄວິດ 19 ເກີດຂຶ້ນ.

 

TAG
VOV/VOVworld/ຟ້າມບິນມິນ/ຫວຽດນາມ-ລາວ/ສະເຫຼີມໄຊ ກົມມະສິດ/ກອງປະຊຸມປຶກສາຫາລືດ້ານການເມືອງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ