logo

ຫວຽດ​ນາມ - ລາວ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່ມ​ເຕີມ​ເນື້ອ​ໃນ​ໃໝ່, ເຮັດ​ໃຫ້​ການ​ພົວ​ພັນ​ສອງ​ຝ່າຍ​ເລິກ​ເຊິ່ງ​ກ່​ວາ​ອີກ

2025/12/1 | 13:20:03
(VOVWORLD) - ທີ່ການເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະພາບເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງກ່ວາອີກ ດ້ວຍການເພີ່ມເຕີມເນື້ອໃນໃໝ່: “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຜູກມັດຍຸດທະສາດ”.
ການເຈລະຈາລະຫວ່າງສອງຝ່າຍ (ພາບ: VOV)

ນີ້ແມ່ນໝາກຜົນຂອງການເຈລະຈາລະຫວ່າງທ່ານເລຂາທິການໃຫຍ່ ພັກກອມມິນູດ ຫວຽດນາມ ໂຕເລິມ ແລະ  ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 1 ທັນວາ, ຢູ່ນະຄອນຫຼວງ ວຽງຈັນ. ການເຈລະຈາໄດ້ດຳເນີນພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງຂອງ ພັກ, ລັດ ຫວຽດນາມໃນໂອກາດມາຢ້ຽມຢາມທາງລັດຖະກິດ ສປປ.ລາວ.

ທີ່ການເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະພາບເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງກ່ວາອີກ ດ້ວຍການເພີ່ມເຕີມເນື້ອໃນໃໝ່: “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຜູກມັດຍຸດທະສາດ”.  ນີ້ແມ່ນການຢັ້ງຢືນວິໄສທັດລວມ, ຜົນປະໂຫຍດຍຸດທະສາດສະຫຼັບກັນ ແລະ ການກຳນົດທິດຮ່ວມເດີນທາງຍາວນານ ເພື່ອເປົ້າໝາຍພັດທະນາແບບຍືນຍົງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ວັດທະນາຖາວອນລວມຂອງສອງຊາດ.

ສິ້ນສຸດການເຈລະຈາ, ການນຳສອງທ່ານໄດ້ເປັນສັກຂີພະຍານ ພິທີມອມຮັບເອກະສານຮ່ວມມື 12 ສະບັບລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ອົງການທີ່ກ່ຽວຂ້ອງຂອງສອງປະເທດບົນພື້ນຖານບັນດາຂົງເຂດເສົາຄ້ຳລວມມີ: ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການແພດ, ຍຸຕິທຳ, ການສຶກສາ - ບຳລຸງສ້າງ, ການເງິນ - ທະນາຄານ.

TAG
VOV/VOVworld/ຫວຽດ​ນາມ/ລາວ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ