logo

ຫວຽດນາມ - ລາວ ແບ່ງປັນບົດຮຽນກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ຫຼັງໂລກລະບາດໂຄວິດ-19

2022/5/16 | 11:17:50
(VOVWORLD) -ກອງປະຊຸມສະມະນາແມ່ນໂອກາດທີ່ມີຜົນປະໂຫຍດເພື່ອໃຫ້ 2 ປະເທດແລກປ່ຽນ ແລະ ແບ່ງປັນບົດຮຽນເຊິ່ງກັນ ແລະ ກັນໃນວຽກງານປະຕິບັດບົດລາຍຂອງອົງການນິຕິບັນຍັດກ່ຽວກັບນະໂຍບາຍ ແລະ ສ້າງກົດໝາຍ ເພື່ອແນໃສ່ຊຸກຍູ້ການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມຫຼັງໂລກລະບາດໂຄວິດ-19
ທີ່ກອງປະຊຸມສຳມະນາ
(ພາບ: TTXVN)

ຕອນບ່າຍວັນທີ 16 ພຶດສະພາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ແລະ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ເປັນປະທານຮ່ວມກອງປະຊຸມສຳມະນາແບ່ງປັນບົດຮຽນກ່ຽວກັບກົນໄກ, ນະໂຍບາຍເພື່ອຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມພາຍຫຼັງໂລກລະບາດໂຄວິດ-19.

        ປະທານສະພາແຫ່ງຊາດ 2 ທ່ານໄດ້ເຫັນດີນຳກັນໂດຍຖືວ່າ, ກອງປະຊຸມສະມະນາແມ່ນໂອກາດທີ່ມີຜົນປະໂຫຍດເພື່ອໃຫ້ 2 ປະເທດແລກປ່ຽນ ແລະ ແບ່ງປັນບົດຮຽນເຊິ່ງກັນ ແລະ ກັນໃນວຽກງານປະຕິບັດບົດລາຍຂອງອົງການນິຕິບັນຍັດກ່ຽວກັບນະໂຍບາຍ ແລະ ສ້າງກົດໝາຍ ເພື່ອແນໃສ່ຊຸກຍູ້ການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມຫຼັງໂລກລະບາດໂຄວິດ-19 ອີງຕາມສະພາບການ ແລະ ເງື່ອນໄຂຕົວຈິງຂອງແຕ່ລະປະເທດ. ທ່ານປະທານສະພາແຫ່ຊາດ ເວືອງດິ່ງເຫ້ວ ເນັ້ນໜັກວ່າ, ນີ້ແມ່ນກອງປະຊຸມຄັ້ງທຳອິດໃນຂອບເຂດຂໍ້ຕົກລົງຮ່ວມມືລະຫວ່າງ 2 ສະພາແຫ່ງຊາດເຊິ່ງຫາກໍ່ໄດ້ຮັບການລົງນາມໃນຕອນເຊົ້າວັນທີ 16 ພຶດສະພາ ແລະ ທ່ານໃຫ້ຮູ້ວ່າ, ສະພາແຫ່ງຊາດ ຫວຽດນາມ ໄດ້ກະກຽມບົດທາບທາມຄວາມເຫັນ 9 ບົດ ແລະ ເລືອກເອົາ 2 ບົດເພື່ອສະເໜີທີ່ກອງປະຊຸມສຳມະນາ. ນີ້ແມ່ນບັນດາເນື້ອໃນສຳຄັນ, ແທດຈິງ, ປະກອບສ່ວນຢ່າງໃຫຍ່ຫຼວງສຳລັບວິວັດທະນາການຟື້ນຟູ ແລະ ພັດທະນາພື້ນຖານເສດຖະກິດ ຫວຽດນາມ.

        ທີ່ກອງປະຊຸມສຳມະນາ, ຜູ້ຕາງໜ້າການນຳບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ, ອົງການຂອງສະພາແຫ່ງຊາດ 2 ປະເທດ ໄດ້ແບ່ງປັນການທາບທາມຄວາມເຫັນກ່ຽວກັບແຜນການຟື້ນຟູເສດຖະກິດ, ສັງຄົມຫຼັງໂລກລະບາດ, ຜົນກະທົບຂອງໂລກລະບາດໂຄວິດ-19 ແລະ ແນະນຳນະໂຍບາຍກ່ຽວກັບການຮັບປະກັນຊີວິດສັງຄົມ.

TAG
VOV/VOVworld/​ນະ​ໂຍ​ບາຍ/ສ້າງ​ກົດ​ໝາຍ/ຟື້ນ​ຟູ/ພັດ​ທະ​ນາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ