logo

ຫວຽດ​ນາມ - ສິງ​ກະ​ໂປ ເປີດກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະ​ລັງ​ງານ​, ການ​ຄ້າ ແລະ ນະ​ວັດ​ຕະ​ກຳ

2025/10/11 | 09:52:06
(VOVWORLD) - ລັດຖະມົນຕີສອງທ່ານໄດ້ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍບັນດາຂົງເຂດຮ່ວມມືຈຸດສຸມ, ໂດຍສະເພາະແມ່ນໃນຂົງເຂດພະລັງງານ, ອຸດສາຫະກຳ, ການຄ້າ ແລະ ວິທະຍາສາດເຕັກໂນໂລຢີ.
ລັດຖະມົນຕີສອງທ່ານເຫັນດີສືບຕໍ່ຮ່ວມມືໃນຂົງເຂດເຕັກໂນໂລຢີ (ພາບ: ກະຊວງອຸດສາຫະກຳ ແລະ ການຄ້າ)

ຕອນເຊົ້າວັນທີ 10 ຕຸລາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ໄດ້ໂອ້ລົມສົນທະນາກັບທ່ານ Tan See Leng ລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຮັບຜິດຊອບດ້ານພະລັງງານ ແລະ ວິທະຍາສາດ - ເຕັກໂນໂລຢີ ສິງກະໂປ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີ ກ່ຽວກັບການເຊື່ອມຕໍ່ເສດຖະກິດ ຫວຽດນາມ - ສິງກະໂປ ຄັ້ງທີ 19 ຖືກຈັດຂຶ້ນຢູ່ ຫວຽດນາມ .

        ໃນການໂອ້ລົມສົນທະນາ, ລັດຖະມົນຕີສອງທ່ານໄດ້ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍບັນດາຂົງເຂດຮ່ວມມືຈຸດສຸມ, ໂດຍສະເພາະແມ່ນໃນຂົງເຂດພະລັງງານ, ອຸດສາຫະກຳ, ການຄ້າ ແລະ ວິທະຍາສາດເຕັກໂນໂລຢີ. ສອງຝ່າຍກໍເປັນເອກະພາບຊຸກຍູ້ການຮ່ວມມືໃນບັນດາຂົງເຂດ: ອຸດສາຫະກຳເອເລັກໂຕນິກ, ທາດເຄິ່ງຊັກນຳໄຟຟ້າ, ພະລັງງານ, ເສດຖະກິດດີຈີຕອນ, ນະວັດຕະກຳ…

        9 ເດືອນຕົ້ນປີ 2025, ວົງເງິນການຄ້ານຳເຂົ້າສົ່ງອອກລະຫວ່າງ ຫວຽດນາມ ແລະ ສິງກະໂປ ບັນລຸ 8,8 ຕື້ USD. ໃນນັ້ນ, ການສົ່ງອອກຂອງ ຫວຽດນາມ ໄປຍັງ ສິງກະໂປ ບັນລຸ 4,34 ຕື້ USD, ເພີ່ມຂຶ້ນ 9,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. 


TAG
VOV/VOVworld/ຫວຽດ​ນາມ - ສິງ​ກະ​ໂປ/ເຕັກ​ໂນ​ໂລ​ຢີ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ