logo

ຫວຽດນາມ ສູ້ຊົນບັນລຸເປົ້າໝາຍພັດທະນາແບບຍືນຍົງກ່ຽວກັບການສຶກສາທີ່ມີຄຸນນະພາບຂອງສະຫະປະຊາຊາດຮອດປີ 2030 ໂດຍໄວ

2025/12/3 | 07:25:00
(VOVWORLD) - ຂົງເຂດການສຶກສາແມ່ນຈຸດພົ້ນເດັ່ນ ດ້ວຍເລື່ອງ ລັດຖະບານຍື່ນສະເໜີຕໍ່ກົມການເມືອງປະກາດໃຊ້ມະຕິເລກທີ 71 ກ່ຽວກັບການບຸກທະລຸໃນການພັດທະນາການສຶກສາ ແລະ ບຳລຸງສ້າງ.
ທີ່ກອງປະຊຸມ
(ພາບ: quochoi.vn)

        ຕອນເຊົ້າວັນທີ 03 ທັນວາ, ທີ່ກອງປະຊຸມສະພາແຫ່ງຊາດ, ທ່ານ ເຈືອງຮ່ວາບິ່ງ, ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ໄດ້ສະເໜີບົດລາຍງານສັງລວມກ່ຽວກັບໝາກຜົນການປະຕິບັດມະຕິສະບັບຕ່າງໆຂອງສະພາແຫ່ງຊາດຊຸດທີ 14 ແລະ ຊຸດທີ 15, ດ້ວຍຫຼາຍໝາກຜົນພົ້ນເດັ່ນ.

        ໃນນັ້ນ, ຂົງເຂດການສຶກສາແມ່ນຈຸດພົ້ນເດັ່ນ ດ້ວຍເລື່ອງ ລັດຖະບານຍື່ນສະເໜີຕໍ່ກົມການເມືອງປະກາດໃຊ້ມະຕິເລກທີ 71 ກ່ຽວກັບການບຸກທະລຸໃນການພັດທະນາການສຶກສາ ແລະ ບຳລຸງສ້າງ. ລັດຖະບານກໍ່ຍື່ນສະເໜີຕໍ່ສະພາແຫ່ງຊາດປະກາດໃຊ້ກົດໝາຍວ່າດ້ວຍນາຍຄູ ແລະ ມະຕິຫຼາຍສະບັບກ່ຽວກັບການ: ຍົກເວັ້ນຄ່າຮຽນ, ໜູນຊ່ວຍຄ່າຮຽນສຳລັບເດັກຊັ້ນອະນຸບານ, ນັກຮຽນສາມັນ; ບາງກົນໄກ, ນະໂຍບາຍພິເສດ, ໃຫ້ລື່ນກາຍເພື່ອປະຕິບັດໃນການພັດທະນາການສຶກສາບຳລຸງສ້າງ… ຢ່າງບຸກທະລຸໃນໄລຍະຈະມາເຖິງ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ເນັ້ນໜັກວ່າ:

        “ສ້າງສຳເລັດ, ປະກາດໃຊ້ບັນດາເອກະສານແນະນຳກົດໝາຍວ່າດ້ວຍນາຍຄູ 3 ສະບັບ. ສ້າງໂຮງຮຽນສາມັນກິນນອນເຊື່ອມຕໍ່ຊັ້ນສຳລັບບັນດາຕາແສງເຂດຊາຍແດນທາງບົກ 100 ແຫ່ງ, ຮັບປະກັນໃຫ້ສຳເລັດກ່ອນວັນທີ 30 ສິງຫາ 2026 ແລະ ສືບຕໍ່ຜັນຂະຫຍາຍການລົງທຶນ 148 ໂຮງຮຽນທີ່ຍັງເຫຼືອພາຍໃນເວລາ 2 3 ປີຈະມາເຖິງ ໃຫ້ຖືກຕາມການຊີ້ນຳຂອງກົມການເມືອງ. ສູ້ຊົນນຳ ຫວຽດນາມ ໃຫ້ນອນໃນກຸ່ມ 21 ປະເທດທີ່ບັນລຸເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດຮອດປີ 2030 ກ່ຽວກັບການບຳລຸງສ້າງທີ່ມີຄຸນນະພາບໂດຍໄວ”.

        ລັດຖະບານກໍ່ເນັ້ນໜັກເຖິງເລື່ອງ ຮີບເຮັ່ງສ້າງແຜນຮ່າງສະໜອງຊຸດປື້ມຕຳລາຮຽນທີ່ເປັນເອກະພາບນຳໃຊ້ລວມໃນທົ່ວປະເທດ, ໂດຍເລີ່ມແຕ່ສົກຮຽນ 2026 – 2027.

TAG
VOV/VOVworld/ອະ​ນຸ​ບານ/ນັກ​ຮຽນ​/ສາ​ມັນ/​ກົນ​ໄກ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ