logo

ຫວຽດ​ນາມ ສູ້​ຊົນ​ມີ​ໂຮງ​ງານ​ຜະ​ລິດ​ຊິບ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ​ແຫ່ງ​ທຳ​ອິດ​ໃນ​ປີ 2026

2025/11/7 | 11:00:00
(VOVWORLD) - ຕອນຄ່ຳວັນທີ 06 ພະຈິກ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຮັດວຽກກັບຄະນະການນຳສະຫະສະມາຄົມ ແລະ ບັນດາວິສາຫະກິດໃນຂົງເຂດເຄິ່ງຊັກນຳໄຟຟ້າ ຂຶ້ນກັບສະຫະສະມາຄົມເຄິ່ງຊັກນຳໄຟຟ້າທົ່ວໂລກ (SEMI) ເຊິ່ງພວມຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ ແລະ ເຂົ້າຮ່ວມງານວາງສະແດງສາກົນກ່ຽວກັບເຄິ່ງຊັກນ້ຳໄຟຟ້າ (SEMI Expo) ຫວຽດນາມ ປີ 2025.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໂອ້ລົມກັບບັນດາຜູ້ແທນ

ໃນການເຮັດວຽກ, ບັນດາຜູ້ແທນໄດ້ສະແດງຄວາມປະທັບໃຈຕໍ່ຍຸດທະສາດພັດທະນາໂດຍອີງໃສ່ວິທະຍາສາດ, ເຕັກໂນໂລຢີ, ພິເສດແມ່ນການພັດທະນາຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ; ຕີລາຄາສູງບັນດານະໂຍບາຍພັດທະນາຂະແໜງເຄິ່ງຊັກນຳໄຟຟ້າຂອງ ຫວຽດນາມ ແລະ ປາດຖະໜາວ່າ ຈະສືບຕໍ່ລົງທຶນເຂົ້າ ຫວຽດນາມ, ບັນດາຜູ້ແທນກໍໄດ້ສະເໜີຫຼາຍມາດຕະການແນໃສ່ພັດທະນາລະບົບນິເວດເຄິ່ງຊັກນຳໄຟຟ້າ ຫວຽດນາມ ແລະ ການເຊື່ອມຕໍ່ທົ່ວໂລກ, ນຳ ຫວຽດນາມ ກາຍເປັນສູນເຄິ່ງຊັກນຳໄຟຟ້າຂອງພາກພື້ນ ແລະ ໃນໂລກ.

ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ໄດ້ປະກາດໃຊ້ຍຸດທະສາດພັດທະນາອຸດສາຫະກຳເຄິ່ງຊັກນຳໄຟຟ້າຮອດປີ 2030 ແລະ ວິໄສທັດຮອດປີ 2050. ຫວຽດນາມ ສູ້ຊົນໃນປີ 2026 ຈະມີຮາກຖານຜະລິດຊິບເຄິ່ງຊັກນຳໄຟຟ້າແຫ່ງທຳອິດ; ຊ້າສຸດແມ່ນປີ 2027, ອອກແບບ, ປະດິດສ້າງ, ທົດລອງກວດຊິບເຄິ່ງຊັກນຳໄຟຟ້າທີ່ຈຳເປັນຈຳນວນໜຶ່ງ. ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ:

ຢາກພັດທະນາແມ່ນຕ້ອງມີການໜູນຊ່ວຍຈາກເພື່ອນມິດສາກົນ, ໂດຍສະເພາະແມ່ນໃນການຜະລິດຊິບ. ດັ່ງນັ້ນ, ຕ້ອງຜະລິດໄດ້, ສ້າງຄວາມເຂັ້ມແຂງດ້ວຍຕົນເອງໄດ້ ຈຶ່ງຈະພັດທະນາແບບຍືນຍົງໄດ້; ພິເສດແມ່ນວິທະຍາສາດເຕັກໂນໂລຢີ, ນະວັດຕະກຳເພື່ອໃຫ້ ຫວຽດນາມ ບຸກທະລຸແບບຍືນຍົງ; ພັດທະນາຂະແໜງເຄິ່ງຊັກນຳໄຟຟ້າຢ່າງວ່ອງໄວ ແລະ ຍືນຍົງ, ປະກອບສ່ວນເຂົ້າໃນການຊຸກຍູ້ພື້ນຖານເສດຖະກິດຂອງປະເທດຊາດ.

ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ບັນດາວິສາຫະກິດ ບໍ່ພຽງແຕ່ມາ ຫວຽດນາມ ລົງທຶນເທົ່ານັ້ນ, ຫາກຈະຮ່ວມເດີນທາງ, ຊ່ວຍເຫຼືອ ຫວຽດນາມ ພັດທະນາລະບົບນິເວດຜະລິດເຄິ່ງຊັກນຳໄຟຟ້າ. ຫວຽດນາມ ຈະສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດມາລົງທຶນ, ຮ່ວມມື.

TAG
VOV/VOVworld/ສະ​ຫະ​ສະ​ມາ​ຄົມເຄິ່​ງ​ຊັກ​ນຳ​ໄຟ​ຟ້າທົ່ວ​ໂລ​ກ/ເຄິ່ງ​ຊັກ​ນຳ​ໄຟ​ຟ້າ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ