logo

ຫວຽດນາມ ສູ້ຊົນຮອດປີ 2030 ແມ່ນປະເທດພວມພັດທະນາມີອຸດສາຫະກຳທັນສະໄໝ

2025/10/13 | 09:18:40
(VOVWORLD) - ກອງປະຊຸມໃຫຍ່ຄັ້ງນີ້ໄດ້ວາງເປົ້າໝາຍສູ້ຊົນຮອດປີ 2030 ແມ່ນປະເທດພວມພັດທະນາ ມີພື້ນຖານອຸດສາຫະກຳທັນສະໄໝ, ລາຍຮັບປານກາງສູງ, ຂຶ້ນກັບກຸ່ມ 30 ພື້ນຖານເສດຖະກິດມີຂອບຂະໜາດ GDP ແຖວໜ້າໂລກ, ບືນຕົວຂຶ້ນຢືນອັນດັບທີ 3 ຢູ່ພາກພື້ນ ອາຊຽນ.
(ທີ່ກອງປະຊຸມໃຫຍ່)

ດ້ວຍທິດນຳທີ່ວ່າ “ສາມັກຄີລະບຽບວິໄນ - ປະຊາທິປະໄຕປ່ຽນແປງໃໝ່-ບຸກທະລຸພັດທະນາ - ໃກ້ຊິດກັບປະຊາຊົນ, ເພື່ອປະຊາຊົນ!” ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກລັດຖະບານຄັ້ງທີ 1 ອາຍຸການ 2025 – 2030 ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 13 ຕຸລາ, ຢູ່ນະຄອນຫຼວງ ຮ່າໂນ້ຍ. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມໃຫຍ່; ພ້ອມກັບທ່ານປະທານ ເລືອງເກື່ອງ; ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ; ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກພ້ອມກັນເຂົ້າ.

ໃນອາຍຸການຜ່ານມາ, ອົງຄະນະພັກລັດຖະບານໄດ້ສຸມໃສ່ຊີ້ນຳ, ປະຕິບັດ 3 ຂອດບຸກທະລຸຍຸດທະສາດ, 6 ໜ້າທີ່ຈຸດສຸມ, 12 ໝວດມາດຕາການຫຼັກຕາມມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ແລະ ສຸມໃສ່ກໍ່ສ້າງ, ປັບປຸງພັກໃຫ້ປອດໄສ, ໝັ້ນຄົງເຂັ້ມແຂງ, ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຮັບປະກັນການໜູນຊ່ວຍສັງຄົມ…

ກ່າວຄຳເຫັນທີ່ພິທີໄຂ, ທ່ານເລຂາຄະນະພັກລັດຖະບານ, ນາຍົກລັດຖະມົນຕີ ຟ້າມມິນຈິງ, ຊີ້ແຈ້ງວ່າ:

“ກອງປະຊຸມແມ່ນເຫດການການເມືອງສຳຄັນພິເສດຂອງອົງຄະນະພັກລັດຖະບານ, ແມ່ນຂີດໝາຍປະຫວັດສາດໃນວິວັດການສ້າງລັດຖະບານຊື່ກົງບໍລິສຸດ, ສ້າງສັນ, ມີການກະທຳ, ເພື່ອປະເທດຊາດ ແລະ ປະຊາຊົນ. ອົງຄະນະພັກລັດຖະບານແມ່ນແກ່ນສານຊີ້ນຳການເມືອງສຳລັບການເຄື່ອນໄຫວຂອງລັດຖະບານ, ບັນດາກະຊວງ, ຂະແໜງການ, ອົງການຂຶ້ນກັບ, ພິເສດແມ່ນວຽກງານຊີ້ນຳ, ບໍລິຫານ, ຄຸ້ມຄອງລັດຂອງລັດຖະບານ, ຮັບປະກັນການຫັນເປັນລະບອບລະບຽບການ ແລະ ຈັດຕັ້ງການປະຕິບັດຢ່າງທັນການ, ມີປະສິດທິຜົນບັນດາແຜນນະໂຍບາຍ, ແນວທາງ, ນະໂຍບາຍຂອງພັກ, ລັດ, ປະກອບສ່ວນປະຕິບັດບັນດາເປົ້າໝາຍ, ໜ້າທີ່ທີ່ໄດ້ວາງອອກໃນບັນດາຂົງເຂດ”.

ກອງປະຊຸມໃຫຍ່ຄັ້ງນີ້ໄດ້ວາງເປົ້າໝາຍສູ້ຊົນຮອດປີ 2030 ແມ່ນປະເທດພວມພັດທະນາ ມີພື້ນຖານອຸດສາຫະກຳທັນສະໄໝ, ລາຍຮັບປານກາງສູງ, ຂຶ້ນກັບກຸ່ມ 30 ພື້ນຖານເສດຖະກິດມີຂອບຂະໜາດ GDP ແຖວໜ້າໂລກ, ບືນຕົວຂຶ້ນຢືນອັນດັບທີ 3 ຢູ່ພາກພື້ນ ອາຊຽນ. ລະດັບເຕີບໂຕ GDP ຄິດສະເລ່ຍບັນລຸ 10%/ປີ ຂຶ້ນໄປ; GDP ຄິດສະເລ່ຍຕໍ່ຫົວຄົນຮອດປີ 2030 ບັນລຸປະມານ 8.500 USD.

TAG
VOV/VOVworld/ບໍ​ລິ​ສຸດ/ສ້າງ​ສັນ/ການ​ກະ​ທຳ/ປະ​ເທດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ