logo

ຫວຽດນາມ ສູ້ຊົນໃຫ້ບັນດາໂຮງງານ LNG ເຄື່ອນໄຫວດ້ານການຄ້າໃນໄລຍະ 2028 – 2030

2025/10/16 | 08:47:53
(VOVWORLD) - ຫວຽດນາມ ຊົມເຊີຍເລື່ອງບັນດານັກລົງທຶນໄດ້ແລກປ່ຽນ ແລະ ແບ່ງປັນບົດຮຽນເພື່ອຍົກສູງຄວາມສາມາດພັດທະນາ ແລະ ນຳໃຊ້ໂຄງລ່າງສາງ, ທ່າ LNG ກັບບັນດາບໍລິສັດຂອງ ລັດເຊຍ ແລະ ປະເທດອື່ນໆໃນໂລກ.
ທ່ານ ບຸຍແທັງເຊີນ ຮອງນາຍົກລັດຖະມົນຕີ ທີ່ວາລະປະຊຸມ
(ພາບ: TTXVN)

        ໂດຍໄດ້ຮັບຄຳເຊີນຂອງລັດຖະບານ ສະຫະພັນ ລັດເຊຍ, ແຕ່ວັນທີ 15 – 17 ຕຸລາ, ທ່ານ ບຸຍແທັງເຊີນ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຢ້ຽມຢາມ, ເຮັດວຽກຢູ່ ສະຫະພັນ ລັດເຊຍ ແລະ ເຂົ້າຮ່ວມເວທີປາໄສ “ສັບປະດາພະລັງງານ ລັດເຊຍ” ຄັ້ງທີ 8 ທີ່ຈັດຂຶ້ນຢູ່ນະຄອນຫຼວງ ມົດສະກູ. ເວທີປາໄສໄດ້ດຶງດູດຜູ້ແທນ ທີ່ມາຈາກ 80 ປະເທດ ແລະ ເຂດແຄ້ວນເຂົ້າຮ່ວມເກືອບ 5.000 ທ່ານ, ດ້ວຍກວ່າ 70 ເຫດການທີ່ອຸດົມສົມບູນໄດ້ຈັດຂຶ້ນ.

        ກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະທຳອິດຂອງເວທີປາໄສດ້ວຍຫົວຂໍ້ “ຕະຫຼາດພະລັງງານທົ່ວໂລກ: ຫັນປ່ຽນການພົວພັນ ແລະ ສ້າງຜົນປະໂຫຍດໃຫ້ດຸ່ນດ່ຽງ” ທີ່ຈັດຂຶ້ນໃນວັນທີ 15 ຕຸລາ, ທ່ານບຸຍແທັງເຊີນ ຮອງນາຍົກລັດຖະມົນຕີ ໄດ້ແຈ້ງໃຫ້ບັນດາຜູ້ແທນຊາບກ່ຽວກັບເປົ້າໝາຍລວມຂອງ ຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2045. ຕາມນັ້ນແລ້ວ, ຫວຽດນາມ ຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ, ຫຼຸດຜ່ອນການປ່ອຍອາຍພິດເພື່ອພັດທະນາເສດຖະກິດ - ສັງຄົມ, ຮັບປະກັນປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ປົກປັກຮັກສາສິ່ງແວດລ້ອມ, ສູ້ຊົນນຳບັນດາໂຮງງານ LNG ເຂົ້າເຄື່ອນໄຫວທາງການຄ້າໃນໄລຍະ 2028 – 2030. ຫວຽດນາມ ຊົມເຊີຍເລື່ອງບັນດານັກລົງທຶນໄດ້ແລກປ່ຽນ ແລະ ແບ່ງປັນບົດຮຽນເພື່ອຍົກສູງຄວາມສາມາດພັດທະນາ ແລະ ນຳໃຊ້ໂຄງລ່າງສາງ, ທ່າ LNG ກັບບັນດາບໍລິສັດຂອງ ລັດເຊຍ ແລະ ປະເທດອື່ນໆໃນໂລກ.

TAG
VOV/VOVworld/ນຳ​ໃຊ້/​​ໂຄງ​ລ່າງ/​ສາງ/ທ່າ/​ LNG

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ