logo

ຫວຽດນາມ ສືບຕໍ່ໜູນຊ່ວຍ Timor-Leste ເຂົ້າຮ່ວມການເຄື່ອນໄຫວຂອງ ອາຊຽນ ຢ່າງມີປະສິດທິຜົນ

2025/9/17 | 09:49:59
(VOVWORLD) - ເລື່ອງ Timor-Leste ຈະເຂົ້າເປັນສະມາຊິກທີ 11 ຂອງ ອາຊຽນ ຢ່າງເປັນທາງການໂດຍໄວ ແມ່ນເຫດການປະຫວັດສາດ, ຢັ້ງຢືນທີ່ຕັ້ງ, ອິດທິພົນຊື່ສຽງ ແລະ ຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງ Timor-Leste.
(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ຕ້ອນຮັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມື Timor-Leste, Bendito dos Santos Freitas)

ຫວຽດນາມ ສືບຕໍ່ໜູນຊ່ວຍ Timor-Leste ເຂົ້າຮ່ວມການເຄື່ອນໄຫວຂອງ ອາຊຽນ ຢ່າງມີປະສິດທິຜົນ, ໄປທັດທຽມກັບລະດັບການພັດທະນາຂອງທົ່ວກຸ່ມ. ນີ້ແມ່ນຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ທີ່ການຕ້ອນຮັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມື Timor-Leste, Bendito dos Santos Freitas ໃນຕອນບ່າຍວັນທີ 16 ກັນຍາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ, ເລື່ອງ Timor-Leste ຈະເຂົ້າເປັນສະມາຊິກທີ 11 ຂອງ ອາຊຽນ ຢ່າງເປັນທາງການໂດຍໄວ ແມ່ນເຫດການປະຫວັດສາດ, ຢັ້ງຢືນທີ່ຕັ້ງ, ອິດທິພົນຊື່ສຽງ ແລະ ຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງ Timor-Leste. ທ່ານນາຍົກລັດຖະມົນຕີ ຫວັງວ່າ ການຮ່ວມມືດ້ານການຄ້າ - ການລົງທຶນຈະມີລະດັບເຕີບໂຕບຸກທະລຸໂດຍໄວ; ສະເໜີໃຫ້ 2 ຝ່າຍຍູ້ແຮງການເຈລະຈາບັນດາສັນຍາການຄ້າ, ຍູ້ແຮງການຮ່ວມມືໃນບັນດາຂົງເຂດສຳຄັນ, ຄື: ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ໂທລະຄົມມະນາຄົມ, ການສຶກສາ ແລະ ບຳລຸງສ້າງ, ພະລັງງານທົດແທນ, ເສດຖະກິດສີຂຽວ… ທ່ານກໍ່ສະເໜີໃຫ້ Timor-Leste ສືບຕໍ່ສະໜັບສະໜູນຫຼັກໝັ້ນລວມຂອງ ອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ.

ສ່ວນທ່ານລັດຖະມົນຕີ Bendito dos Santos Freitas ປາດຖະໜາວ່າ, ຫວຽດນາມ ຈະສືບຕໍ່ຮ່ວມມືກັບ Timor-Leste ໃນວິວັດການປະເທດນີ້ຫັນປ່ຽນ ແລະ ຫັນພື້ນຖານເສດຖະກິດເປັນຫຼາຍຮູບຫຼາຍແບບ, ໂດຍຜ່ານການພັດທະນາກະສິກຳ, ສິນໃນນ້ຳ, ທ່ອງທ່ຽວ… ມຸ່ງໄປເຖິງການພັດທະນາແບບຍືນຍົງ.

TAG
VOV/VOVworld/​ປ້ອງ​ກັນ​ຊາດ/​ສະ​ຫງົບ/ໂທ​ລະ​ຄົມ​/ການ​ສຶກ​ສາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ