logo

ຫວຽດນາມ - ສະຫະລັດ ອາເມຣິກາ ສືບຕໍ່ການເຈລະຈາດ້ານວິຊາການກ່ຽວກັບຂໍ້ຕົກລົງການຄ້າສົມ​ທົບ​ດຸ່ນ​ດ່ຽງ ແລະ ຍຸ​ຕິ​ທຳ

2025/11/14 | 08:51:33
(VOVWORLD) - ແຕ່ວັນທີ 12-14 ພະຈິກ, ທີ່ວໍຊິງຕັນ ດີຊີ, ຮອບການເຈລະຈາຂັ້ນວິຊາການ ກ່ຽວກັບຂໍ້ຕົກລົງການຄ້າສົມທົບດຸ່ນດ່ຽງ ແລະ ຍຸດຕິທຳ ລະຫວ່າງ ຫວຽດນາມ ແລະ ສະຫະລັດ ອາເມຣິກາ ຍັງສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດພາຍໃຕ້ການຊີ້ນຳຂອງ ທ່ານລັດຖະມົນຕີ ຫວຽນຮົ່ງຢຽນ, ຫົວໜ້າຄະນະເຈລະຈາຫວຽດນາມ ແລະ ຫົວໜ້າຜູ້ຕາງໜ້າການຄ້າສະຫະລັດ ອາເມຣິກາ ທ່ານ Jamieson Greer.
ການເຮັດວຽກລະຫວ່າງສອງຝ່າຍ (ພາບ: chinhphu.vn) 

        ຫຼັງຈາກກອງປະຊຸມການເຈລະຈາລະດັບລັດຖະມົນຕີ ໃນວັນທີ 10 ພະຈິກ, ວັນທີ 12 ພະຈິກ, ທ່ານ ຫງວຽນຊິງເຍິດເຕີນ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຮອງຫົວໜ້າຄະນະຜູ້ແທນການເຈລະຈາ ຫວຽດນາມ ໄດ້ເຮັດວຽກກັບ ທ່ານ Rick Switzer, ຮອງຜູ້ຕາງໜ້າການຄ້າສະຫະລັດ ເພື່ອເລີ່ມຕົ້ນ ການເຈລະຈາດ້ານວິຊາການ. ໃນການເຮັດວຽກ, ສອງຝ່າຍໄດ້ສຸມໃສ່ປຶກສາຫາລືກ່ຽວກັບການພົວພັນດ້ານເສດຖະກິດ ແລະ ການຄ້າສອງຝ່າຍ, ພ້ອມທັງຕົກລົງເຫັນດີກ່ຽວກັບເນື້ອໃນຈຳນວນໜຶ່ງ ເພື່ອບັນດາກຸ່ມເຈລະຈາລະດັບວິຊາການຂອງສອງຝ່າຍ ສຸມໃສ່ການສືບຕໍ່ແກ້ໄຂຮັບປະກັນ ໃຫ້ໄດ້ຮັບຜົນດີທີ່ສຸດ. ນີ້ຖືວ່າເປັນບາດກ້າວຕໍ່ໄປທີ່ສຳຄັນ, ສະເໜີກຳນົດທິດທາງໃຫ້ບັນດາກຸ່ມວິຊາການໃນການເຈລະຈາຮອບນີ້, ສະແດງໃຫ້ເຫັນເຖິງຄຳໝັ້ນສັນຍາຂອງທັງສອງຝ່າຍໃນການສົ່ງເສີມການຮ່ວມມືດ້ານການຄ້າທີ່ໝັ້ນຄົງ, ດຸ່ນດ່ຽງ, ຍຸດຕິທຳ ແລະ ຍືນຍົງ.

        ທ່ານ Rick Switzer, ຮອງຫົວໜ້າຜູ້ຕາງໜ້າການຄ້າສະຫະລັດອາເມຣິກາ ໄດ້ຮັບຮູ້ເຖິງບັນດາບາດກ້າວອັນຕັ້ງໜ້າໃນນະໂຍບາຍການຄ້າ, ການປະຕິຮູບລະບອບລະບຽບການ ແລະ ຄໍາໝັ້ນສັນຍາ ການເຊື່ອມໂຍງສາກົນຂອງຫວຽດນາມ ກໍຄືຜົນຂອງການເຈລະຈາຮອບທີ່ຜ່ານມາ, ພ້ອມທັງ ຢືນຢັນວ່າການຮ່ວມມືຢ່າງໃກ້ຊິດລະຫວ່າງສອງຝ່າຍຈະສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ຂັ້ນຕອນການເຈລະຈາ.

        ພາຍຫຼັງການເຮັດວຽກ, ຄະນະເຈລະຈາຂອງສອງປະເທດໄດ້ເລີ່ມຕົ້ນຜັນຂະຫຍາຍບັນດາວຽກງານເປັນກຸ່ມ ເພື່ອເຈລະຈາບັນດາເນື້ອໃນຕາມແຜນການທີ່ໄດ້ກຳນົດໄວ້ກ່ອນໜ້າ.

TAG
VOV/VOVworld/ຫວຽດນາມ - ສະຫະລັດ ອາເມຣິກາ/ຂໍ້ຕົກລົງການຄ້າສົມ​ທົບ​

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ