logo

ຫວຽດນາມ ສະເໜີ G20 ນຳໜ້າໃນການສ້າງຊຸດມາດຕະຖານການຄຸ້ມຄອງ AI ຢ່າງສະເໝີພາບ, ໂປ່ງໃສ, ກວມລວມ

2025/11/24 | 12:44:12
(VOVWORLD) - ສ້າງການພົວພັນຄູ່ຮ່ວມມືດ້ານຊັບພະຍາກອນແຮ່ທາດຍຸດທະສາດຢ່າງຍຸຕິທຳ, ສະເໝີພາບ, ສະຖຽນລະພາບ, ໂປ່ງໃສ “ຜົນປະໂຫຍດກົມກຽວ, ຄວາມສ່ຽງແບ່ງປັນ”
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ວາລະປຶກສາຫາລື
(ພາບ: VGP)

ວັນທີ 23 ພະຈິກ, ຢູ່ນະຄອນ Johannesburg, ອາຟະລິກາໃຕ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເຂົ້າຮ່ວມວາລະປຶກສາຫາລືທີ 3 ຂອງກອງປະຊຸມສຸດຍອດ G20 ດ້ວຍຫົວຂໍ້ “ອະນາຄົດສະເໝີພາບ ແລະ ຍຸຕິທຳໃຫ້ທຸກໆຄົນ”, ໂດຍທ່ານປະທານາທິບໍດີ ອາຟະລິກາໃຕ້ Cyril Ramaphosa, ປະທານ G20 ປີ 2025, ເປັນປະທານ.

ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແບ່ງປັນບຸລິມະສິດຍຸດທະສາດ ສ້າງການພົວພັນຄູ່ຮ່ວມມືດ້ານຊັບພະຍາກອນແຮ່ທາດຍຸດທະສາດຢ່າງຍຸຕິທຳ, ສະເໝີພາບ, ສະຖຽນລະພາບ, ໂປ່ງໃສ “ຜົນປະໂຫຍດກົມກຽວ, ຄວາມສ່ຽງແບ່ງປັນ”; ສ້າງບາດກ້າວບຸກທະລຸກ່ຽວກັບການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ ຕິດພັນກັບການພັດທະນາຕະຫຼາດວຽກເຮັດງານທຳທັນສະໄໝ, ມີປະສິດຜົນ, ຍືນຍົງ; ສ້າງ ແລະ ພັດທະນາລະບົບນິເວດປັນຍາປະດິດເພື່ອມະນຸດ ແຕ່ບໍ່ອາດປ່ຽນແທນມະນຸດ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ G20 ນຳໜ້າໃນການສ້າງຊຸດມາດຕະຖານຄຸ້ມຄອງ AI ຢ່າງສະເໝີພາບ, ໂປ່ງໃສ, ກວມລວມ ແລະ ມະນຸດສະທຳ, ຖືມະນຸດເປັນໃຈກາງ; ໜູນຊ່ວຍບັນດາປະເທດພັດທະນາສ້າງພື້ນຖານໂຄງລ່າງດີຈີຕອນ, ຖານຂໍ້ມູນ, ລະບົບນິເວດເຕັກໂນໂລຊີ, ຄຸ້ມຄອງ ແລະ ຂຸດຄົ້ນປັນຍາປະດິດ ເພື່ອການພັດທະນາປອດໄພ, ກວມລວມ ແລະ ຍືນຍົງ.

TAG
VOV/VOVworld/ຜົນ​ປະ​ໂຫຍດ/​ກົມ​ກຽວ/ຄວາມ​ສ່ຽງ​​/ແບ່ງ​ປັນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ