logo

ຫວຽດ​ນາມ​ ສະ​ເໜີ ແບ​​ນ​ຊິກ ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ອາ​ລັກ​ຂາ​ການ​ລົງ​ທຶນ ຫວຽດ​ນາມ-ອີ​ຢູ ໂດຍ​ໄວ

2025/10/11 | 08:31:57
(VOVWORLD) - ແບກຊິກ ຖືເປັນສຳຄັນການຊຸກຍູ້ການພົວພັນຮ່ວມມືໃນຫຼາຍດ້ານກັບ ຫວຽດນາມ.

(ພາບ: ກະຊວງການຕ່າງປເທດ)

 ເນື່ອງໃນໂອຫາເຂົ້າຮ່ວມເວທີປາໄສປະຕູທົ່ວໂລກຄັ້ງທີ 2, ວັນທີ 10 ຕຸລາ, ທ່ານ ບຸ່ຍແທັງເຊີນ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຮັດວຽກກັບທ່ານ Peter De Roover, ປະທານສະພາຕ່ຳສະຫະພັນ ແບນຊິກ.

ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທັງເຊີນ ສະເໜີໃຫ້ ແບນຊິກ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ-ອີຢູ ໃນປີນີ້ໂດຍໄວ. ທ່ານກໍ່ສະເໜີໃຫ້ ແບຮຊິກ ໜູນຊ່ວຍ ຫວຽດນາມ ພັດທະນາເສດຖະກິດທະເລ, ມີສຽງເວົ້າຊຸກຍູ້ຄະນະກຳມະການເອີລົບ (EC) ລົບລ້າງບັດເຫຼືອງໃນການປ້ອງກັນ, ຕ້ານການຂຸດຄົ້ນສິນທະເລຢ່າງຜິດກົດໝາຍ, ບໍ່ຕາມການກຳນົດ, ບໍ່ລາຍງານ (IUU) ສຳລັບສິນໃນນ້ຳຂອງ ຫວຽດນາມ.

   ສ່ວນທ່ານ Peter De Roover, ປະທານສະພາຕ່ຳສະຫະພັນ ແບນຊິກ ຢືນຢັນວ່າ ແບກຊິກ ຖືເປັນສຳຄັນການຊຸກຍູ້ການພົວພັນຮ່ວມມືໃນຫຼາຍດ້ານກັບ ຫວຽດນາມ ໃນບັນດາຂົງເຂດ: ການຄ້າ, ການລົງທຶນ, ກະສິກຳ, ເຕັກໂນໂລຊີສູງ, ທ່າກຳປັ່ນທະເລ, logistics, ການປ່ຽນແປງຂອງດິນຟ້າອາກາດ…
TAG
VOV/VOVworld/ກະຊວງການຕ່າງປເທດ/ທ່ານ ບຸ່ຍແທັງເຊີນ/ທ່ານ Peter De Roover/ປະທານສະພາຕ່ຳສະຫະພັນ ແບນຊິກ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ