logo

ຫວຽດນາມ ສະເໜີໃຫ້ WB ເພີ່ມທະວີການຮ່ວມມືດ້ານພື້ນຖານໂຄງລ່າງຍຸດທະສາດ, logistics

2025/11/26 | 09:31:51
(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟິກ ສະເໜີໃຫ້ WB ເພີ່ມທະວີການຮ່ວມມືໃນຂົງເຂດ, ຄື: ພື້ນຖານໂຄງລ່າງຍຸດທະສາດ, logistics, ພະລັງງານສະອາດ, ການພັດທະນາຕົວເມືອງ, ການຫັນເປັນດີຈີຕອນ, ການຮ່ວມມື ODA…
ທີ່ການຕ້ອນຮັບ
(ພາບ: VGP)

        ຕອນບ່າຍວັນທີ 25 ພະຈິກ, ທ່ານ ໂຮ່ດຶກເຟິກ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບທ່ານ Carlos Felipe Jaramillio, ຮອງປະທານທະຫານໂລກ (WB) ຮັບຜິດຊອບ ອາຊີຕາເວັນອອກ ປາຊີຟິກ.

        ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟິກ ສະເໜີໃຫ້ WB ເພີ່ມທະວີການຮ່ວມມືໃນຂົງເຂດ, ຄື: ພື້ນຖານໂຄງລ່າງຍຸດທະສາດ, logistics, ພະລັງງານສະອາດ, ການພັດທະນາຕົວເມືອງ, ການຫັນເປັນດີຈີຕອນ, ການຮ່ວມມື ODA… ພ້ອມກັນນັ້ນ, ກໍ່ສະເໜີໃຫ້ທ່ານຮອງປະທານ WB ສົມທົບກັນຢ່າງແໜ້ນແຟ້ນກັບຜູ້ອຳນວຍການແຫ່ງຊາດ WB ປະຈຳ ຫວຽດນາມ ເພື່ອຊຸກຍູ້ການຜັນຂະຫຍາຍບັນດາຂໍ້ລິເລີ່ມການຮ່ວມມື, ຫັນບັນດາບຸລິມະສິດລວມລະຫວ່າງ 2 ຝ່າຍໃຫ້ປະກົດຜົນເປັນຈິງ.

        ສ່ວນທ່ານຮອງປະທານ Carlos Felipe Jaramillio ກໍ່ໄດ້ແລກປ່ຽນກັບທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟິກ ກ່ຽວກັບບັນດາເນື້ອໃນຈຸດສຸມ, ຄື: ການລົງທຶນບັນດາໂຄງການນຳໃຊ້ວິທະຍາສາດ, ເຕັກໂນໂລຊີ, ການຫັນເປັນດີຈີຕອນ, ນະວັດຕະກຳ…

TAG
VOV/VOVworld/ຍຸດ​ທະ​ສາດ/logistics/ພະ​ລັງ​ງານ​ສະ​ອາດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ