logo

ຫວຽດນາມ ສະແດງນ້ຳໃຈສາມັກຄີ, ມີຄວາມຮັບຜິດຊອບ ແລະ ການຮ່ວມມືຢ່າງແໜ້ນແຟ້ນໃນ ອາຊຽນ

2026/1/18 | 08:53:56
(VOVWORLD) - ໃນປີຜ່ານມາ, ຫວຽດນາມ ໄດ້ສົມທົບກັບບັນດາປະເທດສະມາຊິກຈັດການເຄື່ອນໄຫວແທດຈິງຫຼາຍຢ່າງ
ບັນດາເອກອັກຄະລັດຖະທູດ ACMC ທີ່ພິທີມອບ - ຮັບ
(ພາບ: TTXVN)

ບັນດາເອກອັກຄະລັດຖະທູດ ອາຊຽນ ປະຈຳ ເມັກຊີໂກ ເນັ້ນໜັກວ່າ ຫວຽດນາມ ໃນນາມເປັນປະທານຄະນະກຳມະການ ອາຊຽນ ປະຈຳ ເມັກຊີໂກ (ACMC) ໃນອາຍຸການ 2025 ໄດ້ສະແດງໃຫ້ເຫັນນ້ຳໃຈສາມັກຄີ, ມີຄວາມຮັບຜິດຊອບ ແລະ ຮ່ວມມືກັນຢ່າງແໜ້ນແຟ້ນພາຍໃນກຸ່ມ ອາຊຽນ. ນີ້ແມ່ນຂໍ້ສັງເກດທີ່ໄດ້ຍົກອອກມາທີ່ພິທີມອບຕຳແໜ່ງປະທານ ACMC ໃຫ້ແກ່ທ່ານ Arvin R. de Leon, ເອກອັກຄະລັດຖະທູດ ຟີລິບປິນ ປະຈຳ ເມັກຊີໂກ  ທີ່ຈັດຂຶ້ນຢູ່ສຳນັກງານສະຖານທູດ ຫວຽດນາມ ປະຈຳນະຄອນຫຼວງ ເມັກຊີໂກ ຊີຕີ, ໃນວັນທີ 17 ມັງກອນ.

ທີ່ພິທີ, ບັນດາເອກອັກຄະລັດຖະທູດ ACMC ຢືນຢັນວ່າ ໃນປີຜ່ານມາ, ຫວຽດນາມ ໄດ້ສົມທົບກັບບັນດາປະເທດສະມາຊິກຈັດການເຄື່ອນໄຫວແທດຈິງຫຼາຍຢ່າງ, ພ້ອມກັນນັ້ນ ກໍ່ຊຸກຍູ້ການພົວພັນຕ່າງປະເທດລະຫວ່າງສະຫະສະມາຄົມ ແລະ ບັນດາຄູ່ຮ່ວມມືປະເທດປະຈຳຖິ່ນ.

ກ່າວຄຳເຫັນທີ່ພິທີມອບ - ຮັບ, ທ່ານເອກອັກຄະລັດຖະທູດ ຫງວຽນວັນຫາຍ ເຊື່ອໝັ້ນວ່າ ທ່ານ Arvin R. de Leon ຈະສືບຕໍ່ເສີມຂະຫຍາຍນ້ຳໃຈສາມັກຄີ, ເປັນເຈົ້າການ ແລະ ປະດິດຄິດສ້າງ, ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນເລື່ອງຊຸກຍູ້ການພົວພັນ ອາຊຽນ - ເມັກຊີໂກ ໃນປີ 2026.

TAG
VOV/VOVworld/ສ​ະມາ​ຊິກ/ເຄື່ອນ​ໄຫວ​/ແທດ​ຈິງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ