logo

ຫ​ວຽດ​ນາມ ​ສະ​ໜັບ​ສະ​ໜູນ​ລັດ​ທິຫຼາຍ​ຝ່າຍ ແລະ ບົດ​ບາດ​​ໃຈ​ກາງ​ຂອງ ສ​ປ​ຊ ໃນ​ການ​ຄຸ້ມ​ຄອງ​ທົ່ວ​ໂລກ

2025/9/23 | 07:29:49
(VOVWORLD) - ຫວຽດນາມ ມີຄວາມເຊື່ອໝັ້ນ, ສະໜັບສະໜູນລັດທິຫຼາຍຝ່າຍ ແລະ ບົດບາດເປັນໃຈກາງຂອງ ສປຊ ໃນການຄຸ້ມຄອງທົ່ວໂລກ ພ້ອມກັບພາລະກິດແຫ່ງການປັບປຸງ ສປຊ.
ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ພົບປະກັບ ທ່ານ António Guterres ເລຂາທິການໃຫຍ່ ສປຊ (ພາບ: qdnd.vn)

ວັນທີ 22 ກັນຍາ, ຕາມເວລາທ້ອງຖິ່ນ, ຢູ່ສຳນັກງານ ສປຊ (ນິວຢອກ, ອາເມລິກາ), ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ມີການພົບປະກັບທ່ານ António Guterres ເລຂາທິການໃຫຍ່ ສປຊ. ທີ່ການພົບປະ, ທ່ານ António Guterres ເລຂາທິການໃຫຍ່ ສປຊ ຖືວ່າ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ດີທີ່ສຸດ, ມີການເຂົ້າຮ່ວມ, ປະກອບສ່ວນຢ່າງຕັ້ງໜ້າໃນທຸກຂົງເຂດການເຄື່ອນໄຫວບຸລິມະສິດ ຂອງ ສປຊ, ເປັນຕົ້ນແມ່ນການຮັກສາສັນຕິພາບ, ການພັດທະນາແບບຍືນຍົງ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຫັນປ່ຽນພະລັງງານຢ່າງສະເໝີພາບ. ທ່ານ ເນັ້ນໜັກວ່າ ຫວຽດນາມ ແມ່ນເສົາຄ້ຳຂອງໂລກຫຼາຍຂົ້ວໃນປັດຈຸບັນ, ເພາະສະນັ້ນ ທ່ານຖືວ່າບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນ, ໃນນັ້ນມີ ຫວຽດນາມ, ຄວນມີທັດສະນະ, ການຕາງໜ້າ ແລະ ບົດບາດທີ່ເໝາະສົມກວ່າໃນລະບົບຄຸ້ມຄອງທົ່ວໂລກ.

ທ່ານ ເລືອງເກື່ອງ ໄດ້ຢັ້ງຢືນວ່າ ຫວຽດນາມ ມີຄວາມເຊື່ອໝັ້ນ, ສະໜັບສະໜູນລັດທິຫຼາຍຝ່າຍ ແລະ ບົດບາດເປັນໃຈກາງຂອງ ສປຊ ໃນການຄຸ້ມຄອງທົ່ວໂລກ ພ້ອມກັບພາລະກິດແຫ່ງການປັບປຸງ ສປຊ, ທ່ານຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະຕ້ອນຮັບ ສປຊ ເປີດບັນດາສຳນັກງານ, ຫ້ອງການປະຈຳ ຫວຽດນາມ.

ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ເຮັດໃຫ້ການພົວພັນ ຫວຽດນາມ - ສປຊ ແລະ ອາຊຽນ - ສປຊ ເລິກເຊິ່ງກວ່າອີກໃນໄລຍະຈະມາເຖິງ, ເສີມຂະຫຍາຍບົດບາດເປັນໃຈກາງຂອງ ອາຊຽນ ໃນໂຄງປະກອບຄວາມໝັ້ນຄົງ ແລະ ການພັດທະນາຢູ່ພາກພື້ນ, ໃນນັ້ນມີການແກ້ໄຂບັນດາການຂັດແຍ້ງກັນ ຢູ່ທະເລຕາເວັນອອກໂດຍສັນຕິວິທີ, ປະຕິບັດຕາມ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍ ທະເລ (UNCLOS) ປີ 1982, ກໍ່ຄືປະກອບສ່ວນລວມໃຫ້ແກ່ບັນດາບັນຫາທົ່ວໂລກ.

ແລະກໍ່ໃນວັນດຽວກັນ, ທ່ານ ເລືອງເກື່ອງ ໄດ້ພົບປະກັບທ່ານ Peña Palacios ປະທານາທິບໍດີ Paraguay, ທ່ານ Christian Stocker ນາຍົກລັດຖະມົນຕີ ໂອຕາລິດ ແລະ ທ່ານ Emomali Rahmon ປະທານາທິບໍດີ Tajikistan .

TAG
VOV/VOVworld/ຫວຽດ​ນາມ/ສະ​ຫະ​ປະ​ຊາ​ຊົນ/ລັດ​ທິຫຼາຍ​ຝ່າຍ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ