logo

ຫວຽດ​ນາມ ສ້າງ​ເງື່ອ​ນ​ໄຂ​ສະ​ດວກ​ໃຫ້​ແກ່​ວິ​ສ​າ​ຫະ​ກິດ ຫວຽດ​ນາມ ແລະ ບຸນ​ກາ​ຣີ ​ສົມ​ທົບກັນ​ດຳ​ເນີນ​ທຸ​ລະ​ກິດ

2025/10/24 | 10:13:53
(VOVWORLD) - ໃນຂອບເຂດການຢ້ຽມຢາມ ບຸນກາຣີ ຢ່າງເປັນທາງການ, ຕອນບ່າຍວັນທີ 23 ຕຸລາ, ຢູ່ນະຄອນຫຼວງ Sofia, ກະຊວງການເງິນ ຫວຽດນາມ ແລະ ສະຖານທູດ ຫວຽດນາມ ປະຈຳ ບຸນກາຣີ ໄດ້ສົມທົບກັບກະຊວງປ່ຽນແປງໃໝ່ ແລະ ພັດທະນາ ບຸນກາຣີ ຈັດເວທີປາໄສວິສາຫະກິດ ຫວຽດນາມ - ບຸນກາຣີ. ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ແລະ ທ່ານ Rumen Radev  ປະທານາບໍດີ ບຸນກາຣີ ໄດ້ພ້ອມເຂົ້າຮ່ວມ.
ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານປະທານາທິບໍດີ ຮຸງກາຣີ Rumen Radev  ເຂົ້າຮ່ວມເວທີປາໄສ (ພາບ: TTXVN)

ເມື່ອກ່າວປາໄສໄຂເວທີປາໄສ, ທ່ານ Rumen Radev  ປະທານາບໍດີ ບຸນກາຣີ ຢັ້ງຢືນວ່າ ເລື່ອງ 2 ຝ່າຍຕົກລົງສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດ ບຸນກາຣີ - ຫວຽດນາມ ຈະແມ່ນພື້ນຖານສຳຄັນ ແລະ ໝັ້ນແກ່ນເພື່ອຊຸກຍູ້ການພົວພັນດ້ານເສດຖະກິດ 2 ປະເທດໃຫ້ສືບຕໍ່ພັດທະນາແບບຍືນຍົງໃນໄລຍະຈະມາເຖິງ. ທ່ານ Rumen Radev  ປະທານາບໍດີ ບຸນກາຣີ ປາດຖະໜາວ່າ ຈະໄດ້ຕ້ອນຮັບນັກສຶກສາ ຫວຽດນາມ ຈຳນວນຫຼາຍມາຮ່ຳຮຽນຢູ່ ບຸນກາຣີ, ເສີມຂະຫຍາຍມູນເຊື້ອການຮ່ວມມືໃນຂົງເຂດການສຶກສາ, ບຳລຸງສ້າງ ແລະ ອອກແຮງງານ; ພ້ອມທັງເນັ້ນໜັກວ່າ ສອງຝ່າຍອາດຈະພ້ອມກັນຮ່ວມມື, ລົງທຶນ ແລະ ມີບັນດາຜະລິດຕະພັນລວມ. ທ່ານ Rumen Radev  ປະທານາບໍດີ ບຸນກາຣີ ສະເໜີໃຫ້ບັນດາວິສາຫະກິດ ບຸນກາຣີ ຮ່ວມມືກັບບັນດາວິສາຫະກິດ ຫວຽດນາມ ໃນບັນດາຂົງເຂດຄື: ວິທະຍາສາດເຕັກໂນໂລຢີ, ກະສິກຳສະອາດ, ຜະລິດຕະພັນການຢາ, ການສຶກສາ, ພະລັງງານທົດແທນ ແລະ logistics ເອີຣົບ...

        ກ່າວຄຳເຫັນຕໍ່ໜ້າວິສາຫະກິດ 100 ແຫ່ງຂອງສອງປະເທດ, ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ພັກ, ລັດ ຫວຽດນາມ ຈະສ້າງທຸກເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດ 2 ປະເທດສາມາດສົມທົບກັນດຳເນີນທຸລະກິດໜູນຊ່ວຍວິວັດທະນາການພັດທະນາເສດຖະກິດຂອງແຕ່ລະປະເທດ. ທ່ານເລຂາທິການໃຫຍ່ ໂຕເລິມ ກໍໃຫ້ຮູ້ວ່າ ຫວຽດນາມ ມີຄວາມປາດຖະໜາຢາກຮ່ວມມືຍາວນານກັບບັນດາວິສາຫະກິດ ບຸນກາຣີ.

        ໂອກາດນີ້, ທ່ານເລຂາທິການໃຫຍ່ ໂຕລິມ ແລະ ທ່ານປະທານາທິບໍດີ Rumen Radev  ໄດ້ເປັນສັກຂີພິຍານ ພິທີມອບ - ຮັບຂໍ້ຕົກລົງຮ່ວມມືຂອງ 2 ປະເທດໃນຂົງເຂດຕ່າງໆ.

ວັນຫຽວ

TAG
VOV/VOVworld/ວິ​ສາ​ຫະ​ກິດ ບຸນກາຣີ/ສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດ ບຸນກາຣີ - ຫວຽດນາມ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ