logo

ຫວຽດ​ນາມ - ອັງ​ກິດ​ຍົກ​ລະ​ດັບ​ການ​ພົວ​ພັນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

2025/10/30 | 08:31:26
(VOVWORLD) - ທ່ານນາຍົກລັດຖະມົນຕີ ອັງກິດປາດຖະໜາຢາກໃຫ້ຫວຽດນາມ ສະໜັບສະໜູນບັນດາການຮ່ວມມືກ່ຽວກັບການຄ້າເອເລັກໂຕນິກ, ການບໍລິການການເງິນ ໃນຂອບເຂດ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP).
 ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ພົບປະເຈລະຈາ ກັບທ່ານ Keir Starmer ນາຍົກລັດຖະມົນຕີ ອັງກິດ (ພາບ: VOV)

ໃນຂອບເຂດການຢ້ຽມຢາມອັງກິດຢ່າງເປັນທາງການ, ວັນທີ 29 ຕຸລາ, ຢູ່ຫ້ອງວ່າການນາຍົກລັດຖະມົນຕີ ອັງກິດ ທີ່ນະຄອນຫຼວງ ລອນດອນ, ພາຍຫຼັງພິທີຕ້ອນຮັບ ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ພົບປະເຈລະຈາ ກັບທ່ານ Keir Starmer ນາຍົກລັດຖະມົນຕີ ອັງກິດ. ສິ້ນສຸດການພົບປະເຈລະຈາ, ສອງຝ່າຍໄດ້ອອກຖະແຫຼງການຮ່ວມຍົກການພົວພັນຄູ່ຮ່ວມມື ຫວຽດນາມ - ອັງກິດຂຶ້ນເປັນຄູ່ຮວມມືຍຸດທະສາດຮອບດ້ານ.

ຢູ່ກອງປະຊຸມສຳມະນາ, ການນຳສອງທ່ານໄດ້ຢັ້ງຢືນວ່າສອງປະເທດມີກຳລັງຄວາມສາມາດບົ່ມຊ້ອນຮ່ວມມືຫຼາຍຢ່າງໃນໄລຍະໃໝ່, ເປັນຕົ້ນແມ່ນໃນການຫັນປ່ຽນເສດຖະກິດ - ພະລັງງານຕາມທິດສີຂຽວ ແລະ ຍືນຍົງ, ພັດທະນາອຸດສາຫະກຳເຕັກໂນໂລຢີດີຈີຕອນ, ບຳລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ທ່ານ Keir Starmer ນາຍົກລັດຖະມົນຕີ ອັງກິດ ສະແດງຄວາມປາດຖະໜາຢາກພ້ອມກັບ ຫວຽດນາມ ພັດທະນາການພົວພັນສອງຝ່າຍ ຢ່າງຮອບດ້ານ. ທ່ານ Keir Starmer ນາຍົກລັດຖະມົນຕີ ອັງກິດ ກໍ່ເນັ້ນໜັກວ່າ ລັດຖະບານ ອັງກິດພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ໃນວິວັດການປະຕິບັດຄຳໝັ້ນສັນຍາບັນລຸໄດ້ການປ່ອຍອາຍພິດລົງເປັນ 0 (net-zero) ໃນປີ 2050.

ການນຳສອງທ່ານໄດ້ເຫັນດີເປັນເອກະພາບວາງເປົ້າໝາຍເພີ່ມວົງເງິນການຄ້າຂຶ້ນທົບສອງເທົ່າໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີ ອັງກິດປາດຖະໜາຢາກໃຫ້ຫວຽດນາມ ສະໜັບສະໜູນບັນດາການຮ່ວມມືກ່ຽວກັບການຄ້າເອເລັກໂຕນິກ, ການບໍລິການການເງິນ ໃນຂອບເຂດ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP). ສິ້ນສຸດການພົບປະເຈລະຈາ, ການນຳສອງທ່ານໄດ້ອອກຖະແຫຼງການຮ່ວມກ່ຽວກັບເລື່ອງສອງຝ່າຍຍົກລະດັບການພົວພັນຫວຽດນາມ - ອັງກິດຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານຢ່າງເປັນທາງການ.


TAG
VOV/VOVworld/ຫວຽດ​ນາມ/ອັງ​ກິດ/ການ​ພົວ​ພັນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ