logo

ຫວຽດ​ນາມ - ອັງ​ກິດ ຍູ້​ແຮງ​ການ​ຮ່ວມ​ມື​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ

2025/11/2 | 09:46:53
(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ສະເໜີໃຫ້ສະມາຄົມປັນຍາຊົນ ຫວຽດນາມ ຢູ່ ອັງກິດ ແລະ ອຽກລັງ (VIS) ສືບຕໍ່ເຊື່ອມຕໍ່ກັບເຄືອຂ່າຍນະວັດຕະກຳ ແລະ ນັກຊ່ຽວຊານ ຫວຽດນາມ ໃນທົ່ວໂລກຢ່າງແໜ້ນແຟ້ນ ເພື່ອແນໃສ່ພັດທະນາບັນດາຂະແໜງອຸດສາຫະກຳຍຸດທະສາດ ເຊິ່ງ ອັງກິດ ອາດຈະມີທ່າແຮງ, ເຊັ່ນ: AI, ທາດເຄິ່ງຊັກນຳໄຟຟ້າ, ກວນເຕີມ, ພະລັງງານທົດແທນ, ຮຸ່ນຍົນ,…
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈີຢຸງ  ກ່າວຄຳເຫັນທີ່ການໂອ້ລົມສົນທະນາ (ພາບ: VGP)

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ອັງກິດ ແຕ່ວັນທີ 29 ຕຸລາ ຫາວັນທີ 1 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈີຢຸງ ໄດ້ເຂົ້າຮ່ວມເວທີປາໄສ “ຊຸກຍູ້ນະວັດຕະກຳ, ພັດທະນາບັນດາຂະແໜງການເຕັກໂນໂລຢີຍຸດທະສາດຢູ່ ຫວຽດນາມ: ປະສົບການຈາກລາຊະອານາຈັກ ອັງກິດ”, ດ້ວຍການເຂົ້າຮ່ວມຂອງນັກຊ່ຽວຊານ, ນັກວິທະຍາສາດ, ນັກທຸລະກິດ ແລະ ວິສະວວະກອນຫວຽດນາມທີ່ພວມຮຽນຢູ່ມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ, ກຸ່ມບໍລິສັດເຕັກໂນໂລຢີແຖວໜ້າຂອງ ອັງກິດ ແລະ ອຽກລັງເໜືອ ປະມານ 100 ທ່ານ.

ໃນເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ສະເໜີໃຫ້ສະມາຄົມປັນຍາຊົນ ຫວຽດນາມ ຢູ່ ອັງກິດ ແລະ ອຽກລັງ (VIS) ສືບຕໍ່ເຊື່ອມຕໍ່ກັບເຄືອຂ່າຍນະວັດຕະກຳ ແລະ ນັກຊ່ຽວຊານ ຫວຽດນາມ ໃນທົ່ວໂລກຢ່າງແໜ້ນແຟ້ນ ເພື່ອແນໃສ່ພັດທະນາບັນດາຂະແໜງອຸດສາຫະກຳຍຸດທະສາດ ເຊິ່ງ ອັງກິດ ອາດຈະມີທ່າແຮງ, ເຊັ່ນ: AI, ທາດເຄິ່ງຊັກນຳໄຟຟ້າ, ກວນເຕີມ, ພະລັງງານທົດແທນ, ຮຸ່ນຍົນ,…

        ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ຮຽກຮ້ອງໃຫ້ບັນດານັກຊ່ຽວຊານ, ປັນຍາຊົນ ຫວຽດນາມ ຢູ່ ອັງກິດ, ຍູ້ແຮງການແລກປ່ຽນທິດສະດີ, ໃຫ້ຄຳປຶກສາກ່ຽວກັບນະໂຍບາຍ, ໜູນຊ່ວຍ ຫວຽດນາມ ສ້າງລະບົບນິເວດນະວັດຕະກຳແບບຍືນຍົງ. ທ່ານຮອງນາຍົກລັດຖະມົນຕີຢັ້ງຢືນວ່າ ລັດຖະບານ ຫວຽດນາມ ກຽມພ້ອມສ້າງສະພາບແວດລ້ອມສະດວກທີ່ສຸດເພື່ອໃຫ້ບັນດານັກຊ່ຽວຊານ, ປັນຍາຊົນເສີມຂະຫຍາຍກຳລັງຄວາມສາມາດໄດ້ຢ່າງສຸດຂີດ, ປະກອບສ່ວນເຂົ້າໃນການພັດທະນາຂອງປະເທດຊາດ.


TAG
VOV/VOVworld/ເວທີປາໄສ/ຊຸກຍູ້ນະວັດຕະກຳ/ທາດ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ