logo

ຫວຽດນາມ ອວຍພອນ​ວັນ​ຊາດ​ຂອງ ສປປ.ລາວ ຄົບຮອບ 44 ປີ

2019/11/27 | 11:11:00
(VOVWORLD) - ວັນທີ 27 ພະຈິກ, ຢູ່ນະຄອນຫຼວງວຽງຈັນ, ທ່ານ ຫງວຽນແທັງຕຸ່ງ ອຸປະທູດຫວຽດນາມ ປະຈໍາ ລາວ ໄດ້ໄປອວຍພອນວັນຊາດຂອງ ສປປ.ລາວ ຄົບຮອບ 44 ປີ (ວັນທີ 02/12/1975 – 02/12/2019) ຢູ່ກະຊວງການຕ່າງປະເທດ ລາວ ແລະ ຄະນະພົວພັນສູນກາງພັກຕ່າງປະເທດ ປະຊາຊົນປະຕິວັດລາວ.
ທ່ານ ຫງວຽນແທັງຕຸ່ງ ອຸປະທູດຫວຽດນາມ ປະຈໍາ ລາວ ອວຍພອນວັນຊາດ ທ່ານ ທອງສະຫວັນ ພົມວິຫານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ລາວ (ພາບ: TTXVN)

        ທີ່ບັນດາການພົບປະ, ທ່ານ ສົມພອນ ສີຈະເລີນ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນປະຕິວັດລາວ ແລະ ທ່ານ ທອງສະຫວັນ ພົມວິຫານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ລາວ ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນລາວ ຍາມໃດກໍຈົດຈໍາ ແລະ ສະແດງຄວາມຂອບອົກຂອບໃຈຕໍ່ການຊ່ວຍເຫຼືອດ້ວຍນໍ້າໃສໃຈຈິງ, ທັນການ, ໃຫຍ່ຫຼວງ ແລະ ລໍ້າຄ່າຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ມີຕໍ່ ລາວ ໃນຕະຫຼອດຊຸມວັນເດືອນປີແຫ່ງການຕໍ່ສູ້ປົດປ່ອຍປະເທດຊາດ, ຍາດເອົາເອກະລາດ ກໍຄືໃນຂະບວນວິວັດແຫ່ງການສ້າງສາ ແລະ ພັດທະນາປະເທດໃນປັດຈຸບັນ.

        ການນໍາຄະນະພົວພັນຕ່າງປະເທດສູນກາງພັກ ແລະ ກະຊວງການຕ່່າງປະເທດລາວ ເຊື່ອໝັ້້ນວ່າ ປີ 2020, ດ້ວຍປະສົບການໃນການຈັດຕັ້ງບັນດາເຫດການສາກົນທີ່ມີຂອບຂະໜາດໃຫຍ່, ຫວຽດນາມ ຈະປະຕິບັດໜ້າທີ່ເປັນປະທານອາຊຽນໄດ້ເປັນຢ່າງດີ. ພ້ອມທັງຢັ້ງຢືນວ່າ ລາວ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອໜູນຊ່ວຍຫວຽດນາມປະຕິບັດໜ້າທີ່ດັ່ງກ່າວເປັນຢ່າງດີ ແລະ ໃຫ້ຄໍາໝັ້ນສັນຍາວ່າ ຈະສົມທົບກັບຄະນະພົວພັນຕ່າງປະເທດສູນກາງພັກ, ກະຊວງການຕ່າງປະເທດຫວຽດນາມ ແລະ ສະຖານທູດຫວຽດນາມ ປະຈໍາ ລາວ ຢ່າງແໜ້ນແຟ້ນ ເພື່ອກະກຽມໃຫ້ການຢ້ຽມຢາມຂອງການນໍາສອງປະເທດຄັ້ງຕ່າງໆໃນໄລຍະຈະມາເຖິງ, ກ່ອນອື່ນແມ່ນກະກຽມບັນດາເຫດການທີ່ກ່ຽວຂ້ອງເຖິງການສະເຫຼີມສະຫຼອງ 70 ປີ ແຫ່ງວັນທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານຫວຽດນາມ ຢູ່ລາວ” ໃຫ້ເປັນຢ່າງດີ. 

TAG
VOV/VOVworld/ວັນຊາດ/ອູປະທູດ/ທະຫານອາສາສະໝັກ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ