logo

ຫວຽດນາມ ອາດສາມາດສວມບົດບາດນຳພາໃນການປ້ອງກັນ, ຕ້ານອາດຊະຍາກຳທາງໄຊເບີ

2025/10/23 | 09:13:04
(VOVWORLD) - ປະຈຸບັນ ອາດຊະຍາກຳທາງໄຊເບີພວມຢືນຢູ່ອັນດັບຕົ້ນໃນບັນຊີບັນດາຄວາມສ່ຽງນາບຂູ່ທີ່ຫຼາຍປະເທດພວມປະເຊີນໜ້າ, ບໍ່ພຽງແຕ່ກຸ່ມແຮັກເກີແບບເກົ່າ, ຫາກພວກມັນຍັງມີການໜູນຊ່ວຍຈາກປັນຍາປະດິດ (AI) ອີກດ້ວຍ.
ທ່ານສາດສະດາຈານ Carl Thayer, ສັງກັດສະຖາບັນປ້ອງກັນຊາດ ອົດສະຕາລີ, ມະຫາວິທະຍາໄລ New South Wales
(ພາບ: TTXVN)

        ຫວຽດນາມ ໄດ້ເລືອກເປັນສະຖານທີ່ພິທີເປີດການເຊັນສົນທິສັນຍາ ຍ້ອນ ຫວຽດນາມ ຍາມໃດກໍ່ສວມບົດບາດເປັນເຈົ້າການໃນການປ້ອງກັນ, ຕ້ານອາດຊະຍາກຳທາງໄຊເບີ ແລະ ໃນອະນາຄົດ ຫວຽດນາມ ອາດສາມາດສວມບົດບາດນຳພາໃນການປ້ອງກັນ, ຕ້ານອາດຊະຍາກຳໃນຂົງເຂດນີ້. ນີ້ແມ່ນຂໍ້ສັງເກດຂອງທ່ານສາດສະດາຈານ Carl Thayer, ສັງກັດສະຖາບັນປ້ອງກັນຊາດ ອົດສະຕາລີ, ມະຫາວິທະຍາໄລ New South Wales, ກ່ອນພິທີເປີດການລົງນາມສົນທິສັນຍາຂອງສະຫະປະຊາຊາດວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ, ຈັດຂຶ້ນໃນວັນທີ 25 – 26 ຕຸລາ, ຢູ່ນະຄອນຫຼວງ ຮ່າໂນ້ຍ.

        ຕາມທ່ານສາດສາດາຈານ Carl Thayer, ປະຈຸບັນ ອາດຊະຍາກຳທາງໄຊເບີພວມຢືນຢູ່ອັນດັບຕົ້ນໃນບັນຊີບັນດາຄວາມສ່ຽງນາບຂູ່ທີ່ຫຼາຍປະເທດພວມປະເຊີນໜ້າ, ບໍ່ພຽງແຕ່ກຸ່ມແຮັກເກີແບບເກົ່າ, ຫາກພວກມັນຍັງມີການໜູນຊ່ວຍຈາກປັນຍາປະດິດ (AI) ອີກດ້ວຍ. ໃນສະພາບການນັ້ນ, ທ່ານຖືວ່າ ການກຳເນີດຂອງ “ສົນທິສັນຍາ ຮ່າໂນ້ຍ” ແມ່ນມີຄວາມໝາຍສຳຄັນພິເສດ. ນີ້ແມ່ນສົນທິສັນຍາສັບບັບທຳອິດຂອງສະຫະປະຊາຊາດໃນຮອບເວລາ 20 ປີຜ່ານມາ ເພື່ອແນໃສ່ໄຂບັນຫາຂ້າມຊາຍແດນ.

TAG
VOV/VOVworld/​ສົນ​ທິ/​ສັນ​ຍາ​/ສັບ​ບັບ/​ທຳ​ອິດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ