logo

ຫວຽດ​ນາມ - ອານ​ເຊ​ຣີ ດຳ​ເນີນກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ທະ​ວີ​ພາ​ຄີ​ລະ​ຫວ່າງ​ລັດ​ຖະ​ບານ​ຄັ້ງ​ທີ 13

2025/11/18 | 11:54:15
(VOVWORLD) -  ໃນລະຫວ່າງວັນທີ 16 – 17 ພະຈິກ, ກອງປະຊຸມຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ອານເຊຣີ ໄດ້ດຳເນີນຢູ່ນະຄອນຫຼວງ Algiers, ອານເຊຣີ, ກ່ອນທີ່ດຳເນີນການຢ້ຽມຢາມ ອານເຊຣີ ຢ່າງເປັນທາງການຂອງທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ
ບັນຍາກາດຂອງກອງປະຊຸມ (ພາບ: ກະຊວງກໍ່ສ້າງ ຫວຽດນາມ)

ນະທີ່ນີ້, 2 ຝ່າຍໄດ້ເຫັນດີເປັນເອກະພາບນຳກັນວ່າ ຄຽງຄູ່ການປັບປຸງບັນດາຂົງເຂດຮ່ວມມືທີ່ເປັນມູນເຊື້ອເຊັ່ນ ການຄ້າ, ການຂຸດຄົ້ນນຳມັນ ແລະ ກະສິກຳ, ສອງຝ່າຍປາດຖະໜາຢາກເປີດກວ້າງການຮ່ວມມືໃນບັນດາຂົງເຂດໃໝ່, ມີກຳລັງບົ່ມຊ້ອນຫຼາຍ, ລວມມີ: ອຸດສາຫະກຳ, ພະລັງງານທົດແທນ, ການຄົ້ນຄວ້າວິທະຍາສາດ, ຫັນເປັນດີຈີຕອນ, ເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງ, ການທ່ອງທ່ຽວ, ການສຶກສາຂັ້ນມະຫາວິທະຍາໄລ, ການກໍ່ສ້າງ ແລະ ຄົມມະນາຄົມຂົນສົ່ງ.

        ກອງປະຊຸມຄັ້ງທີ 13 ນີ້ ໄດ້ຮັບຄວາມຫວັງວ່າ ຈະສ້າງທ່ວງທ່າໃຫ້ແກ່ໄລຍະພັດທະນາໃໝ່ທີ່ແຂງແຮງກວ່າ, ນຳການພົວພັນຮ່ວມມື ຫວຽດນາມ - ອານເຊຣີ ຂຶ້ນສູ່ລະດັບສູງໃໝ່. ເຫດການນີ້ ບໍ່ພຽງແຕ່ຢັ້ງຢືນຄວາມຕັດສິນໃຈປັບປຸງການພົວພັນມິດຕະພັບປະຫວັດສາດເທົ່ານັ້ນ, ຫາກຍັງແມ່ນໂອກາດສຳຄັນເພື່ອກະກຽມເນື້ອໃນຮ່ວມມືທາງດ້ານເສດຖະກິດ ແລະ ວິທະຍາສາດເຕັກນິກ, ວາງອອກບັນດາທິດທາງຮ່ວມມື, ສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນສອງຝ່າຍ ຫວຽດນາມ - ອານເຊຣີ.

TAG
VOV/VOVworld/ຫວຽດ​ນາມ - ອານ​ເຊ​ຣີ ດຳ​ເນີນກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ທະ​ວີ​ພາ​ຄີ​ລະ​ຫວ່າງ​ລັດ​ຖະ​ບານ​ຄັ້ງ​ທີ 13

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ