logo

ຫ​ວຽດ​ນາມ - ອາ​ເມ​ລິ​ກາ ສືບ​ຕໍ່​ເຈ​ລະ​ຈາສົມ​ທົບ​ພາ​ສີ​ກັບ ອາ​ເມ​ລິ​ກາ ໃນ​ເດືອນ ຕຸ​ລາ, ພ​ະ​ຈິກ

2025/10/9 | 07:42:23
(VOVWORLD) - ດ້ວຍຫຼັກການ ເຈລະຈາແມ່ນເປີດເຜີຍ, ມີລັກສະນະສ້າງສັນ, ມີຄວາມສະເໝີພາບ, ເຄົາລົບນັບຖືເອກະລາດ, ເປັນເຈົ້າຕົນເອງ, ລະບອບລະບຽບການການເມືອງ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ຊັ່ງຊາເຖິງລະດັບວິຊາການພັດທະນາຂອງກັນ.

ທີ່ການຖະແຫຼງຂ່າວປະຈຳໄລຍະ ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 8 ຕຸລາ ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຊິງເຍິດເຕິນ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ຫວຽດນາມ ໄດ້ ແລະ ພວມມານະພະຍາຍາມ ຊຸກຍູ້ການເຈລະຈາພາສີສົມທົບ ກັບ ຝ່າຍ ອາເມລິກາ. ຄາດວ່າໃນເດືອນ ຕຸລາ ແລະ ເດືອນ ພະຈິກ, ຄະນະເຈລະຈາຂອງ ຫວຽດນາມ ຈະສືບຕໍ່ມີການເດີນທາງໄປປະຕິບັດງານ ຢູ່ ອາເມລິກາ ເພື່ອປຶກສາຫາລື ແລະ ຜັນຂະຫຍາຍບັນດາວຽກງານຕໍ່ໄປ ມຸ່ງໄປເຖິງການປະຕິບັດສຳເລັດຂໍ້ຕົກລົງກ່ຽວກັບການຄ້າ. ດ້ວຍຫຼັກການ ເຈລະຈາແມ່ນເປີດເຜີຍ, ມີລັກສະນະສ້າງສັນ, ມີຄວາມສະເໝີພາບ, ເຄົາລົບນັບຖືເອກະລາດ, ເປັນເຈົ້າຕົນເອງ, ລະບອບລະບຽບການການເມືອງ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ຊັ່ງຊາເຖິງລະດັບວິຊາການພັດທະນາຂອງກັນ, ສອງຝ່າຍຈະມານະພະຍາຍາມຊຸກຍູ້ການພົວພັນເສດຖະກິດ, ການຄ້າ ແລະ ການລົງທຶນທີ່ມີສະຖຽນລະພາບ, ຜົນປະໂຫຍດກົມກຽວ, ສົມກັບເປັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ.

TAG
VOV/VOVworld/ຫວຽດ​ນາມ/ອາ​ເມ​ລິ​ກາ/ພາ​ສີ​ສົມ​ທົບ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ