logo

ຫວຽດນາມ - ອາເມລິກາ ເຈລະຈາຂັ້ນລັດຖະມົນຕີ ສັນຍາສອງຝ່າຍວ່າດ້ວຍການຄ້າສົມທົບ

2025/11/12 | 07:13:00
(VOVWORLD) - ທ່ານຫົວໜ້າການຄ້າ Jamieson Greer, ຫົວໜ້າຄະນະເຈລະຈາ ອາເມລິກາ ໄດ້ຕີລາຄາສູງເລື່ອງ 2 ປະເທດເປັນເອກະພາບຖະແຫຼງການຮ່ວມກ່ຽວກັບຂອບເຂດສັນຍາການຄ້າສົມທົບ, ຍຸດຕິທຳ ແລະ ດຸ່ນດ່ຽງ
ທີ່ວາລະເຈລະຈາ
(ພາບ: moit.gov.vn)

ໃນຂອບເຂດການເຈລະຈາສັນຍາສອງຝ່າຍວ່າດ້ວຍການຄ້າສົມທົບ ລະຫວ່າງ ຫວຽດນາມ ແລະ ອາເມລິກາ, ວາລະເຈລະຈາຂັ້ນລັດຖະມົນຕີ ຫວຽດນາມ - ອາເມລິກາ ໄດ້ຈັດຂຶ້ນໃນວັນທີ 10 ພະຈິກ, ຢູ່ ວໍຊິງຕັນ ດີຊີ, ອາເມລິກາ.

ເປີດສາກວາລະເຈລະຈາ, ທ່ານຫົວໜ້າການຄ້າ Jamieson Greer, ຫົວໜ້າຄະນະເຈລະຈາ ອາເມລິກາ ໄດ້ຕີລາຄາສູງເລື່ອງ 2 ປະເທດເປັນເອກະພາບຖະແຫຼງການຮ່ວມກ່ຽວກັບຂອບເຂດສັນຍາການຄ້າສົມທົບ, ຍຸດຕິທຳ ແລະ ດຸ່ນດ່ຽງ, ຖືນີ້ແມ່ນພື້ນຖານສຳຄັນເພື່ອຊຸກຍູ້, ດຳເນີນວິວັດການເຈລະຈາໃຫ້ສຳເລັດໂດຍໄວ; ທ່ານກໍ່ຕີລາຄາສູງເຈດຕະນາດີ, ວິທີເຂົ້າເຖິງທີ່ມີລັກສະນະເປັນລະບົບ ແລະ ການແກ້ໄຂບັນຫາຂອງ ຫວຽດນາມ ຕໍ່ບັນດາຂໍ້ສະເໜີເຊິ່ງຝ່າຍ ອາເມລິກາ ຍົກອອກມາ.

ສຳລັບ ຫວຽດນາມ, ທ່ານ ຫງວຽນຮົ່ງຢຽນ, ລັດຖະມົນຕີກະຊວງອຸດສາຫະກຳການຄ້າ, ຫົວໜ້າຄະນະເຈລະຈາ ຫວຽດນາມ ໄດ້ເນັ້ນໜັກເຖິງຄວາມຕັດສິນໃຈຂອງ ຫວຽດນາມ ໃນການສ້າງການພົວພັນດ້ານເສດຖະກິດ - ການຄ້າມີຄວາມດຸ່ນດ່ຽງ, ຍືນຍົງກັບ ອາເມລິກາ. ທ່ານກໍ່ສະເໜີໃຫ້ 2 ຝ່າຍມີວິທີເຂົ້າເຖິງຕົວຈິງ ແລະ ມີໄຫວພິບ ເພື່ອຜົນປະໂຫຍດຢ່າງແທດຈິງຂອງທັງ 2 ຝ່າຍ.

TAG
VOV/VOVworld/​ພື້ນ​ຖານ/​ສຳ​ຄັນ/ຊຸກ​ຍູ້/ດຳ​ເນີນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ