logo

ຫວຽດນາມ ຮັບ​​ດໍາລົງ​ຕໍາ​ແໜ່ງເປັນ​ປະທານໝູນວຽນ ຄະນະ​ກໍາມະການ ອາຊຽນ ຢູ່ ອາກຊັງ​ຕິນ

2020/1/23 | 09:15:12
(VOVWORLD) -      ວັນທີ 22 ມັງກອນ, ສະຖານທູດຫວຽດນາມ ປະຈໍາ ອັກຊັງຕິນ ດັ້ງຊວັນຢຸ້ງ ໄດ້ຮັບຕໍາແໜ່ງເປັນປະທານຄະນະກໍາມະການ ອາຊຽນ ຢູ່ Buenos Aires (ACBA) ຈາກທ່ານນາງເອກອັກຄະລັດຖະທູດ ຟີລິບປິນ Linglingay F.Lacanlale.
ການມອບ - ຮັບຕໍາແໜ່ງເປັນປະທານໝູນວຽນ ຄະນະກໍາມະການ ອາຊຽນ (ພາບ: VOV.VN)

        ທີ່ພິທີມອບ-ຮັບຕໍາແໜ່ງດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ດັ້ງຊວັນຢຸ້ງ ຊົມເຊີຍທ່ານນາງເອກອັກຄະລັດຖະທູດ ຟີລິບປິນ Linglingay F.Lacanlale ທີ່ໄດ້ປະຕິບັດສໍາເລັດບົດບາດເປັນປະທານໝູນວຽນ ACBA ໄດ້ເປັນຢ່່າງດີ ພ້ອມທັງຕີລາຄາສູງບັນດາເຫດການເຊິ່ງທ່ານນາງໄດ້ຈັດຕັ້ງໃນໄລຍະ 6 ເດືອນຜ່ານມາ. ທ່ານເອກອັກຄະລັດຖະທູດ ດັ້ງຊວັນຢຸງ ກໍຢັ້ງຢືນວ່າ ຫວຽດນາມ ຖືບົດບາດເປັນປະທານໝູນວຽນ ACBA ເປັນສໍາຄັນ ແລະ ຈະໃຫ້ບຸລິມະສິດສູງສຸດເພື່ອປະຕິບັດບົດບາດສໍາຄັນນີ້ໃຫ້ເປັນຢ່າງດີ. ທ່ານ ດັ້ງຊວັນຢຸງ ກໍໃຫ້ຄໍາໝັ້ນສັນຍາວ່າ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ແນໃສ່ຊຸກຍູ້ການພົວພັນຮ່ວມມືກັບ ອັກຊັງຕິນໃນຫຼາຍຂົງເຂດ, ພິເສດແມ່ນທາງດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ວັດທະນະທໍາ.


TAG
VOV/VOVworld/ປະທານໝູນວຽນ/ຄະນະກໍາມະການ ອາຊຽນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ