logo

ຫວຽດນາມ ຮ່ວມມືພັດທະນາອຸດສາຫະກຳເຄິ່ງຊັກນຳໄຟຟ້າກັບກຸ່ມບໍລິສັດ ASML ຂອງ ໂຮນລັງ

2026/1/18 | 06:44:04
(VOVWORLD) - ທ່ານລັດຖະມົນຕີ ຫງວຽນວັນທັງ ສະເໜີໃຫ້ກຸ່ມບໍລິສັດ ASML ສົມທົບກັບສະຖານທູດ ໂຮນລັງ, ສູນນະວັດຕະກຳແຫ່ງຊາດ (NIC) ແລະ ບັນດາຄູ່ຮ່ວມມື ສ້າງສູນບຳລຸງສ້າງ, ຄົ້ນຄວ້າ ແລະ ພັດທະນາກ່ຽວກັບເຄິ່ງຊັກນຳໄຟຟ້າຢູ່ NIC ຮາກຖານ ຮວ່າລາກ ໂດຍໄວ.
ທີ່ການເຮັດວຽກ
(ພາບ: mof.gov.vn)

ທ່ານ ຫງວຽນວັນທັງ, ລັດຖະມົນຕີກະຊວງການເງິນ ຫວຽດນາມ ຫາກໍ່ເຮັດວຽກກັບທ່ານ Eduard Stiphout, ຮອງປະທານຂັ້ນສູງຮັບຜິດຊອບການສະໜອງຍຸດທະສາດ ແລະ ເກັບຊື້ ຂອງກຸ່ມບໍລິສັດ ASML (ໂຮນລັງ)

ທີ່ການເຮັດວຽກ, ທ່ານລັດຖະມົນຕີ ຫງວຽນວັນທັງ ສະເໜີໃຫ້ກຸ່ມບໍລິສັດ ASML ສົມທົບກັບສະຖານທູດ ໂຮນລັງ, ສູນນະວັດຕະກຳແຫ່ງຊາດ (NIC) ແລະ ບັນດາຄູ່ຮ່ວມມື ສ້າງສູນບຳລຸງສ້າງ, ຄົ້ນຄວ້າ ແລະ ພັດທະນາກ່ຽວກັບເຄິ່ງຊັກນຳໄຟຟ້າຢູ່ NIC ຮາກຖານ ຮວ່າລາກ ໂດຍໄວ. ພ້ອມກັນນັ້ນ, ກໍ່ໜູນຊ່ວຍວິສາຫະກິດ ຫວຽດນາມ ພັດທະນາພື້ນຖານໂຄງລ່າງການຜະລິດ, ຄົ້ນຄວ້າ, ທົດລອງ (Fablab) ແລະ ການບໍລິການເຕັກນິກເຄິ່ງຊັກນຳໄຟຟ້າ. ຜ່ານນັ້ນ, ກໍ່ໜູນຊ່ວຍການສ້າງ ແລະ ພັດທະນາໂຮງງານຜະລິດຊິບແຫ່ງທຳອິດຢູ່ ຫວຽດນາມ.

ສ່ວນທ່ານ Eduard Stiphout, ໃຫ້ຮູ້ວ່າ ກຸ່ມບໍລິສັດ ASML ພວມເປີດກວ້າງລະບົບສະໜອງຢູ່ ຫວຽດນາມ, ຮ່ວມມືກໍ່ສ້າງສູນບຳລຸງສ້າງ, ຄົ້ນຄວ້າ ແລະ ພັດທະນາ (R&D) ເຄິ່ງຊັກນຳໄຟຟ້າ ຢູ່ສູນ NIC.

TAG
VOV/VOVworld/​ຄູ່​ຮ່ວມ​ມື/​ສູນ​ບຳ​ລຸ​ງ​ສ້າງ/ຄົ້ນ​ຄວ້າ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ