logo

ຫວຽດ​ນາມ ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ບັນ​ດາ​ປະ​ເທດ​ອະນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ ປະ​ຕິ​ບັດ​ວິ​ໄສ​ທັດ GMS-2030

2025/11/29 | 07:20:03
(VOVWORLD) - ຄະນະຜູ້ແທນ ຫວຽດນາມ ນຳໂດຍທ່ານ ເຈິ່ນກວັກເຟືອງ ຮອງລັດຖະມົນຕີກະຊວງການເງິນນຳໜ້າ ໄດ້ແບ່ງປັນນະໂຍບາຍພັດທະນາເສດຖະກິດ ສັງຄົມ...

    ກອງປະຊຸມລັດຖະມົນຕີ ອະນຸພາກພື້ນແມ່ນ້ຳຂອງເປີດກ້ວາງ (GMS) ຄັ້ງທີ 27 ຈັດຂຶ້ນແຕ່ວັນທີ 26-28 ພະຈິກຢູ່ນະຄອນຫຼວງ ບາງກອກ ປະເທດໄທ ດ້ວຍຫົວຂໍ້ “ຊຸກຍູ້ການເຕີບໂຕກວມລວມ, ພັດທະນາຢ່າງກົມກ່ຽວ ແລະ ວັດທະນາຖາວອນຜ່ານການສະໜິດຕິດພັນກັບອຳນາດການປົກຄອງທ້ອງຖິ່ນ ແລະ ເຂດເອກະຊົນ”.

  ທີ່ກອງປະຊຸມ, ບັນດາປະເທດສະມາຊິກໄດ້ກວດກາຄືນໝາກຜົນການຮ່ວມມືໃນໄລຍະຜ່ານມາ, ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາປະຕິບັດຂອບເຂດຍຸດທະສາດ GMS ຮອດປີ 2030 ແລະ ຮັບຮູ້ຫຼາຍຜົນງານໃນບັນດາຂົງເຂດ: ການຄ້າ, ການລົງທຶນ, ພະລັງງານ, ສາທາລະນະສຸກ… ໜ້າສົນໃຈແມ່ນ ຍຸດທະສາດການຮ່ວມມືດ້ານພະລັງງານໄລຍະ 2024-2030 ໄດ້ເຫັນດີເປັນເອກະພາບວິໄສທັດສີຂຽວ, ປອດໄພ. ໃນນັ້ນ, ຂໍ້ລິເລີ່ມຕາໜ່າງໄຟຟ້າ ອາຊຽນ ໄດ້ເລີ່ມແຕ່ເດືອນຕຸລາປີ 2025 ຖືກຖືວ່າແມ່ນໂອກາດຕົ້ນຕໍເພື່ອເພີ່ມທະວີການຮ່ວມມື ແລະ ດຶງດູດເງິນລົງທຶນ.

  ຄະນະຜູ້ແທນ ຫວຽດນາມ ນຳໂດຍທ່ານ ເຈິ່ນກວັກເຟືອງ ຮອງລັດຖະມົນຕີກະຊວງການເງິນນຳໜ້າ ໄດ້ແບ່ງປັນນະໂຍບາຍພັດທະນາເສດຖະກິດ ສັງຄົມ, ໄດ້ເນັ້ນໜັກເຖິງບົດບາດແບ່ງຂັ້ນໃຫ້ແກ່ທ້ອງຖິ່ນ ແລະ ຊຸກຍູ້ການຮ່ວມມືພາກລັດ-ພາກເອກະຊົນໃນບັນດາຂົງເຂດພື້ນຖານໂຄງລ່າງ, ພະລັງງານຍືນຍົງ. ຫວຽດນາມ ຢັ້ງຢືນຈະສົມທົບກັບບັນດາປະເທດສະມາຊິກຢ່າງແໜ້ນແຟ້ນ ພິເສດແມ່ນໃນປີ 2026 ເມື່ອທີ່ ຫວຽດນາມ ຮັບບົດບາດເປັນປະເທດເຈົ້າພາບ GMS.

TAG
VOV/VOVworld/ຫວຽດ​ນາມ ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ບັນ​ດາ​ປະ​ເທດ​ອະນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ ປະ​ຕິ​ບັດ​ວິ​ໄສ​ທັດ GMS-2030/ທ່ານ ເຈິ່ນກວັກເຟືອງ ຮອງລັດຖະມົນຕີກະຊວງການເງິນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ