logo

ຫວຽດນາມ ຮຽກຮ້ອງການຮ່ວມມືທົ່ວໂລກຕ້ານການຫຼອກລວງທາງໄຊເບີ

2025/12/18 | 09:33:19
(VOVWORLD) - ການຫຼອກລວງທາງໄຊເບີແມ່ນບໍ່ມີພົມແດນ, ຕ້ອງການມີຄວາມມານະພະຍາຍາມລວມໝູ່ຂອງປະຊາຄົມສາກົນຕ້ານອາດຊະຍາກຳປະເພດນີ້
(ທ່ານ ເລແອັງຕວັນ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ)

        ກອງປະຊຸມສາກົນກ່ຽວກັບ “ຄູ່ຮ່ວມມືທົ່ວໂລກຕ້ານການຫຼອກລວງທາງໄຊເບີ” ໂດຍລັດຖະບານພະບໍລົມວົງສານຸວົງ ໄທ ແລະ ຫ້ອງການສະຫະປະຊາຊາດກ່ຽວກັບຢາເສບຕິດ ແລະ ອາດຊະຍາກຳ (UNODC) ໄດ້ຮ່ວມກັນຈັດຂຶ້ນໃນວັນທີ 17 – 18 ທັນວາ, ຢູ່ນະຄອນຫຼວງ ບາງກອກ, ປະເທດ ໄທ. ກອງປະຊຸມໄດ້ສຸມໃສ່ປຶກສາຫາລືມາດຕະການຮັບມືກັບອາດຊະຍາກຳຫຼອກລວງທາງໄຊເບີ, ເປັນສິ່ງທ້າທາຍຂ້າມຊາດ ຕິດພັນກັບການຄ້າມະນຸດ, ບີບບັງຄັບແຮງງານ ແລະ ຟອກເງິນ.

        ແບ່ງປັນທີ່ວາລະໄຂກອງປະຊຸມໃນວັນທີ 17 ທັນວາ, ທ່ານ ເລແອັງຕວັນ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຢືນຢັນວ່າ ການຫຼອກລວງທາງໄຊເບີແມ່ນບໍ່ມີພົມແດນ, ຕ້ອງການມີຄວາມມານະພະຍາຍາມລວມໝູ່ຂອງປະຊາຄົມສາກົນຕ້ານອາດຊະຍາກຳປະເພດນີ້; ພ້ອມກັນນັ້ນ, ທ່ານກໍ່ຮຽກຮ້ອງໃຫ້ບັນດາປະເທດ ສືບຕໍ່ເຊັນ, ໃຫ້ສັດຕະຍາບັນສົນທິສັນຍາ ຮ່າໂນ້ຍ ຕ້ານອາດຊະຍາກຳທາງໄຊເບີ ແລະ ເນັ້ນໜັກເຖິງການແບ່ງປັນຂໍ້ມູນ, ຫຼັກຖານເອເລັກໂຕນິກຢ່າງວ່ອງໄວ, ມີປະສິດທິຜົນ ແມ່ນປັດໄຈແກ່ນສານເພື່ອສະກັດກັ້ນ ແລະ ແກ້ໄຂອາດຊະຍາກຳນີ້.

TAG
VOV/VOVworld/​ອາດ​ຊະ​ຍາ​ກຳ/​ປະ​ເພດ/ໄຊ​ເບີ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ