logo

ຫວຽດນາມ ຮຽກຮ້ອງຂະບວນການບໍ່ຮ່ວມກຸ່ມ ເສີມຂະຫຍາຍບົດບາດເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາຢູ່ໃນໂລກ

2025/10/16 | 08:49:20
(VOVWORLD) - ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ ໄດ້ຮຽກຮ້ອງໃຫ້ຂະບວນການບໍ່ຮ່ວມກຸ່ມຮັດແໜ້ນຄວາມສາມັກຄີ, ປ່ຽນແປງໃໝ່ວິທີການ, ຍົກສູງປະສິດທິຜົນການເຄື່ອນໄຫວ, ຊຸກຍູ້ການຮ່ວມມືໃຕ້-ໃຕ້
(ພາບປະກອບ: TTXVN)

        “ເພີ່ມທະວີການຮ່ວມມືເພື່ອຄວາມວັດທະນາຖາວອນລວມທົ່ວໂລກ” ແມ່ນຫົວຂໍ້ຂອງກອງປະຊຸມລັດຖະມົນຕີຄັ້ງທີ 19 ຄະນະກຳມະການປະສານງານຂະບວນການບໍ່ຮ່ວມກຸ່ມ ທີ່ໄດ້ໄຂຂຶ້ນໃນວັນທີ 15 ຕຸລາ, ຢູ່ນະຄອນຫຼວງ Kampala ຂອງ Uganda. ທ່ານເອກອັກຄະລັດທູດ ຟ້າມຫາຍແອັງ, ຫົວໜ້າກົມບັນດາອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຫວຽດນາມ, ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ ໄດ້ຮຽກຮ້ອງໃຫ້ຂະບວນການບໍ່ຮ່ວມກຸ່ມຮັດແໜ້ນຄວາມສາມັກຄີ, ປ່ຽນແປງໃໝ່ວິທີການ, ຍົກສູງປະສິດທິຜົນການເຄື່ອນໄຫວ, ຊຸກຍູ້ການຮ່ວມມືໃຕ້-ໃຕ້; ພ້ອມກັນນັ້ນ, ກໍ່ຕ້ອງມີຫຼັກໝັ້ນລວມໃນການຄຸ້ມຄອງທົ່ວໂລກ, ໂດຍສະເພາະແມ່ນການປະຕິຮູບສະຫະປະຊາຊາດ, ປະຕິບັດໂຄງການດຳເນີນງານ 2030 ເພື່ອການພັດທະນາແບບຍືນຍົງ, ການເຄື່ອນໄຫວເພື່ອດິນຟ້າອາກາດ, ການປະຕິຮູບລະບົບການຄ້າ - ການເງິນທົ່ວໂລກ ແລະ ການຄຸ້ມຄອງບັນດາເຕັກໂນໂລຊີຫາກໍ່ພົ້ນເດັ່ນ.

        ກ່ຽວກັບບັນດາບັນຫາສາກົນ, ຫວຽດນາມ ຊົມເຊີຍຂໍ້ຕົກລົງລະຫວ່າງ ອິດສະຣາແອັນ ແລະ ຂະບວນການ ຮາມາດສ ແນໃສ່ຢຸດຕິການປະທະກັນຢູ່ເຂດ ກາຊາ, ຮຽກຮ້ອງຕ້ອງເຄົາລົບຂໍ້ຕົກລົງ, ມຸ່ງໄປເຖິງມາດຕະການ 2 ລັດ ແລະ ສັນຕິພາບແບບຍືນຍົງຢູ່ພາກພື້ນ. ທ່ານ ຟ້າມຫາຍແອັງ ກໍ່ຢືນຢັນຄືນໃໝ່ການສະໜັບສະໜູນຕໍ່ປະຊາຊົນ ກຸຍບາ, ຮຽກຮ້ອງໃຫ້ຢຸດຕິການຂວ້ຳບາດຕ້ານ ກຸຍບາ.

TAG
VOV/VOVworld/ປະ​ຕິ​ຮູບ/​ລະ​ບົບ/​ການ​ຄ້າ/ການ​ເງິນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ