logo

ຫວຽດນາມ ຮຽກຮ້ອງໃຫ້ມີມາດຕະການແກ້ໄຂຢ່າງຮອບດ້ານໃຫ້ແກ່ວິກິດການຢູ່ ມຽນມາ

2025/10/1 | 07:58:15
(VOVWORLD) - ທ່ານອັກຄະລັດຖະທູດ ຫງວຽນຮ່ວາງງວຽນ ຢືນຢັນວ່າ ທຸກມາດຕະການແກ້ໄຂໃຫ້ແກ່ວິກິດການຢູ່ ມຽນມາ ຕ້ອງຮັບປະກັນຄວາມເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ສິດຕັດສິນດ້ວຍຕົນເອງຂອງປະຊາຊົນປະເທດນີ້
(ທ່ານອັກຄະລັດຖະທູດ ຫງວຽນຮ່ວາງງວຽນ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ)

        ວັນທີ 30 ກັນຍາ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ ນິວຢອກ, ປະເທດ ອາເມລິກາ ໄດ້ຈັດກອງປະຊຸມຂັ້ນສູງຂອງສະມັດຊາໃຫຍ່ສະຫະປະຊາຊາດກ່ຽວກັບສະພາບການຂອງຊາວມຸດສະລິມ ແລະ ບັນດາຊົນເຜົ່າສ່ວນໜ້ອຍອື່ນໆຢູ່ ມຽນມາ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານອັກຄະລັດຖະທູດ ຫງວຽນຮ່ວາງງວຽນ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ສະພາບການໃຊ້ຄວາມຮຸນແຮງ, ຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ ແລະ ຄວາມຫຍຸ້ງຍາກດ້ານມະນຸດສະທຳເກີດຂຶ້ນເປັນຫຼາຍປີຜ່ານມາຢູ່ ມຽນມາ, ທ່ານຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງຈົ່ງລະງັບໃຈ, ຢຸດຕິການໃຊ້ຄວາມຮຸນແຮງ ແລະ ກ້າວໄປເຖິງຄຳສັ່ງຢຸດຍິງຢ່າງຮອບດ້ານ, ຍືນຍົງໂດຍໄວ.

        ທ່ານອັກຄະລັດຖະທູດ ຫງວຽນຮ່ວາງງວຽນ ຢືນຢັນວ່າ ທຸກມາດຕະການແກ້ໄຂໃຫ້ແກ່ວິກິດການຢູ່ ມຽນມາ ຕ້ອງຮັບປະກັນຄວາມເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ສິດຕັດສິນດ້ວຍຕົນເອງຂອງປະຊາຊົນປະເທດນີ້, ພ້ອມກັນນັ້ນ ຮຽກຮ້ອງເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງ ອາຊຽນ ແລະ ສະຫະປະຊາຊາດ. ອີກເທື່ອໜຶ່ງ, ຫວຽດນາມ ຢືນຢັນຄຳໝັ້ນສັນຍາປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ, ສະຖຽນລະພາບຢູ່ ອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນມີບັນດາຄວາມມານະພະຍາຍາມລວມເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຊຸກຍູ້ການສົນທະນາລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງຢູ່ ມຽນມາ.

TAG
VOV/VOVworld/ຜົນ​ຮ້າຍ​/​ໄພ​ທຳ​ມະ​ຊາດ/ຫຍ​ຸ​້ງ​ຍາກ​

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ